ຜູ້ແທນເຂົ້າຫໍປະຊຸມເອກະພາບ-ນະຄອນໂຮ່ຈິມິນ
(ພາບ: vov)
(vovworld)- ພ້ອມກັບພິທີໄຫ້ວອາໄລຢູ່ຫໍຈັດພິທີງານສົບແຫ່ງຊາດ-ຮ່າໂນ້ຍ, ພິທີໄຫ້ວອາໄລທ່ານພົນເອກຫວໍ້ງວຽນຢາບ-ອະດີດກຳມະການກົມການເມືອງ, ອະດີດເລຂາຄະນະພັກການທະຫານສູນກາງ, ອະດີດຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ, ຜູ້ບັນຊາການສູງສຸດກອງທັບ ປຊຊ ຫວຽດນາມ, ສສຊ ແຕ່ຊຸດທີ 1 ຫາຊຸດທີ 7 ໄດ້ຖືກຈັດຂຶ້ນຢ່າງສົມກຽດຢູ່ຫໍປະຊຸມເອກະພາບ-ນະຄອນໂຮ່ຈິມິນ.
ບັນຍາກາດຢູ່ຫໍປະຊຸມເອກະພາບ-ນະຄອນໂຮ່ຈິມິນ
(ພາບ: vov)
ໃນຫໍປະຊຸມເອກະພາບ-ນະຄອນໂຮ່ຈິມິນ, ຄະນະຕິດຕັ້ງໄດ້ຈັດໂທລະທັດໃຫ່ຍຫຼາຍໜ່ວຍເພື່ອໃຫ້ ປຊຊ ທຸກຊັ້ນວັນນະເປັນຈຳນວນຫຼາຍສາມາດຕິດຕາມ ພິທີໄຫ້ວອາໄລທ່ານພົນເອກຫວໍ້ງວຽນຢາບ ໂດຍກົງ. ອ້າຍຫງວຽນແມັງເກື່ອງ ຮອງເລຂາຄະນະຊາວໜຸ່ມນະຄອນໂຮຈິມິນ ເວົ້າດ້ວຍຄວາມຕື້ນຕັນໃຈວ່າ:
“ໄວໜຸ່ມນະຄອນໂຮ່ຈິມິນຍາມໃດກໍ່ຈົດຈຳບັນດາອາລົມຈິດຊື່ງທ່ານພົນເອກໄດ້ສະຫງວນໃຫ້ຕົນ ແລະ ຂໍໃຫ້ຄຳສັນຍາກັບທ່ານພົນເອກວ່າຈະສືບທອດເສັ້ນທາງທີ່ທ່ານພົນເອກໄດ້ກຳນົດ ແລະ ເລືອກເຟັ້ນ. ໄວໜຸ່ມນະຄອນຈະຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມຄຸນສົມບັດຂອງຕົນຢ່າງບໍ່ຢຸດຢັ້ງ, ສືບຕໍ່ອອກແຮງງານ, ຮ່ຳຮຽນ, ປະດິດສ້າງ. ປະຕິບັດໜ້າທີ່ຂອງຕົນສຳເລັດ ແລະ ນຳໜ້າໃນທຸກໆແນວໂຮມ, ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ“.
ພ້ອມກັບທົ່ວປະເທດ, ຕອນເຊົ້າວັນທີ 13 ຕຸລາ, ຢູ່ທ້ອງຖິ່ນຕ່າງໆເຂດທົ່ງພຽງແມ່ນ້ຳຂອງ ໄດ້ຈັດພິທີໄຫວ້ອາໄລພົນເອກຫວໍງວຽນຢາບ. ແລະກໍ່ໃນຕອນເຊົ້າວັນດຽວກັນ, ຢູ່ສຳນັກງານຄະນະກຳມະການປະຊາຊົນແຂວງກວາງບິ່ງ ໄດ້ຈັດພິທີໄຫວ້ອາໄລ ພົນເອກຫວໍງວຽນຢາບ ຢ່າງສົມກຽດ ໂດຍມີການເຂົ້າຮ່ວມຂອງບັນດາການນຳຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດແຂວງກວາງບິ່ງ, ການນຳບັນດາແຂວງ, ນະຄອນ, ບັນດານາຍພົນທະຫານ, ກອງທັບປະຊາຊົນ, ບັນດາອົງການ, ຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ ຢູ່ແຂວງກວາງບິ່ງ, ບັນດາເພື່ອນມິດສະຫາຍ, ຜູ້ຕາງໜ້າຄອບຄົວ, ຍາດຕິພີ່ນ້ອງ...