(vovworld) - ວັນທີ 21/06, ມີຊາວມຸດສລິມ ປະເທດ ອີຢີບ ປະມານ 10.000 ຄົນ ໄດ້ເຕົ້າໂຮມຢູ່ສະຫຼາມຫຼວງ Rabaa al Adawweya ຢູ່ນະຄອນຫຼວງກາຍໂຣ ເພື່ອສະແດງການສະໜັບສະໜູນທ່ານປະທານາທິບໍດີ Mohamed Morsi, ໃນສະພາບທີ່ຝ່າຍຄ້ານພວມດຳເນີນບັນດາການເຄື່ອນໄຫວເພື່ອຄັດຄ້ານ ແນໃສ່ກໍ່ຄວາມກົດດັ່ນບັງຄັບໃຫ້ທ່ານ Morsi ລາອອກຈາກຕຳແໜ່ງ ແລະ ຈັດຕັ້ງການເລືອກຕັ້ງປະທານາທິບໍດີກ່ອນກຳນົດ. ການແຫ່ຂະບວນດ້ວຍຄຳຂວັນທີ່ວ່າ “ຄັດຄ້ານການໃຊ້ຄວາມຮຸນແຮງ, ສະໜັບສະໜູນສັນຕິພາບ” ນີ້ ໂດຍ30 ກວ່າພັກຝ່າຍອິດສລາມ ຈັດຕັ້ງ. ໃນຂະນະນັ້ນ, ມີປະຊາຊົນນັບຮ້ອຍຄົນ ທີ່ສະໜັບສະໜູນທ່ານປະທານາທິບໍດີ Morsi ໄດ້ເຕົ້າໂຮມກັນຢູ່ໂບດ al Kaed Ibrahim, ທີ່ນະຄອນ Alexandria ຊຶ່ງໄດ້ໂຮ່ຮ້ອງຄຳຂວັນສະໜັບສະໜູນທ່ານປະທານາທິບໍດີ Morsi.
ປະຈຸບັນ, ທ່ານປະທານາທິບໍດີອີຢີບ Mohamed Morsi ພວມປະເຊີນໜ້າກັບບັ້ນເຄື່ອນໄຫວທີ່ມີຊື່ວ່າ “ລຸກຮື້ຂຶ້ນ” ໂດຍບັນດານັກເຄື່ອນໄຫວ ແລະ ຫົວໜ້າຝ່າຍຄ້ານປຸກລະດົມແນໃສ່ເກັບກຳລາຍເຊັ່ນ ຮຽກຮ້ອງໃຫ້ທ່ານ Morsi ລາອອກຈາກຕຳແໜ່ງ, ພ້ອມທັງຊອກຫາວິທີການຮຽກຮ້ອງຜູ້ນຳທ່ານນີ້ດຳເນີນການເລືອກຕັ້ງກ່ອນກຳນົດຜ່ານບັນດາການແຫ່ຂະບວນປະທ້ວງໃນວັນທີ 30/06.