(ພາບປະກອບ: csmonitor.com)
(vovworld)- ໝາກຜົນການຢັ່ງຫາງສຽງໂດຍ Reuters/Ipsos ດຳເນີນ ແລະ ປະກາດເມື່ອວັນທີ 1/5 ໃຫ້ເຫັນວ່າ: ປະຊາຊົນອາເມລິກາ ເປັນສ່ວຍຫຼາຍບໍ່ຢາກໃຫ້ປະເທດນີ້ ແຊກແຊງເຂົ້າເສິກກາງເມືອງຢູ່ຊີຣີ ນັບທັງໃນກໍລະນີທີ່ອຳນາດການປົກຄອງຂອງປະທານາທິບໍດີ Bashar al Assad ນຳໃຊ້ອາວຸດເຄມີ. ນີ້ແມ່ນສານທີ່ຈະແຈ້ງສຳລັບທຳນຽບຂາວໃນຂະນະທີ່ເຂົາເຈົ້າພວມຊັ່ງຊາບັນດາວິທີການແກ້ໄຂການປະທະກັນທີ່ນັບມື້ນັບປິນຂັ້ນໄດຢູ່ປະເທດຕາເວັນຍອອກກາງນີ້. ປະຈຸບັນ, ປະທານນາທິບໍດີອາເມລິກາ Barack Obama ຍັງຫລີກເວັ້ນການແຊກແຊງຢ່າງເລິກເຊິ່ງເຂົ້າເສິກກາງເມືອງຢູ່ຊີຣີ ເຖິງວ່າປີກາຍທ່ານເຄີຍປະກາດວ່າເລື່ອງອຳນາດການປົກຄອງຊີຣີ ນຳໃຊ້ ຫຼືຜັນຂະຫຍາຍອາວຸດເຄມີຈະລື່ນກາຍການກຳນົດ.
ກ່ຽວຂ້ອງເຖິງບັນດາຂໍ້ມູນຂ່າວກ່ຽວກັບການນຳໃຊ້ອາວຸດເຄມີໄດ້ນຳໃຊ້ໃນເສິກກາງເມືອງຢູ່ຊີຣີ ນັ້ນ, ວັນທີ 1/5, ອີຣານ ປະກາດວ່ານີ້ແມ່ນການກຳນົດທີ່ບໍ່ວ່າຝ່າຍໃດ ເຖິງວ່າແມ່ນກອງທັບລັດຖະບານຫຼືກຳລັງຝ່າຍຄ້ານໄດ້ຂ້າມຜ່ານ.