(VOVWORLD) -ພາຍຫຼັງການນັບຖອຍຫຼັງຕ້ອນຮັບບຸນປີໃໝ່ທີ່ເຕັມໄປດ້ວຍອາລົມຈິດ ແລະ ການຍິງບັ້ງໄຟດອກທີ່ແສງສະຫວ່າງໄປທົ່ວທ້ອງຟ້ານັ້ນ, ປະຊາຊົນຢູ່ຫຼາຍປະເທດໃນໂລກ ຍັງສືບຕໍ່ເຂົ້າຮ່ວມການເຄື່ອນໄຫວລະຫຼີ້ນບັນເທິງ ດ້ວຍຄວາມຟົດຟື້ນມ່ວນຊື່ນໃນວັນທຳອິດຂອງປີໃໝ່ 2023.
ບັນຍາກາດຢູ່ ອາເມລິກາ ໃນມື້ທຳອິດຂອງປີໃໝ່ (ພາບ: TTXVN) |
ເຖິງວ່າອາກາດຈະໜາວແຕ່ກໍ່ບໍ່ສາມາດກີດຂວາງກະແສຜູ້ຄົນທີ່ຫຼັ່ງໄຫຼມາສູນການຄ້າ ແລະ ບ່ອນລະຫຼີ້ນບັນເທິງໃຫຍ່ຂອງນະຄອນຫຼວງ ປັກກິ່ງ, ປະເທດ ຈີນ ໃນມື້ທຳອິດຂອງປີໃໝ່ 2023. ຢູ່ໂຮງລະຄອນ, ຕະຫຼາດແຫ່ງຕ່າງໆລ້ວນແຕ່ມີຄົນຫຼັ່ງໄຫຼມາຢ່າງຄັບຄາໜາແໜ້ນ.
ຢູ່ ຍີ່ປຸ່ນ, ໃນມື້ທຳອິດຂອງປີໃໝ່, ປະຊາຊົນ ຍີ່ປຸ່ນ ພາກັນໄປວັດ, ໄປໂບດ ເພື່ອພາວະນາໃຫ້ປີໃໝ່ຈົ່ງມີແຕ່ຄວາມສະຫງົບສຸກ.
ສ່ວນຢູ່ ອາເມລິກາ ໃຕ້, ແຄມທະເລ Copacabana ຂອງ ບຣາຊີນ ຍັງແມ່ນສະຖານທີ່ໄດ້ຮັບຄວາມນິຍົມຊົມຊອບຂອງປະຊາຊົນທ້ອງຖິ່ນຫຼາຍຄົນໃນໂອກາດຕົ້ນປີໃໝ່ ເພື່ອພາວະນາຂໍໃຫ້ເຈົ້າສະໝຸດ Laemanja ຈົ່ງປົກຄອງ ແລະ ປະທານບຸນພອນໄຊໃຫ້ທຸກໆຄົນ.
ໃນຮຸ່ງເຊົ້າມື້ທຳອິດຂອງປີໃໝ່, ຢູ່ເຂດຊົນນະບົດຢູ່ແບນຊິກ ຍັງຮັກສາປະເພນີທີ່ໜ້າຈັບອົກຈັບໃຈ ນັ້ນຄື “ອວຍພອນສັດລ້ຽງ”.