ປະຊາຊົນໄທສວ່ນຫລາຍອາດຈະບໍ່ເຂົ້າຮ່ວມການລົງປະຊາມະຕິ

ປະຊາຊົນໄທສວ່ນຫລາຍອາດຈະບໍ່ເຂົ້າຮ່ວມການລົງປະຊາມະຕິ - ảnh 1
(ພາບປະກອບ)

(vovworld) - ​​ ໝາກຜົນ​ການ​ຢັ່ງ​ຫາງ​ສຽງ​ດ້ານ​ການ​ເມືອງ​ໃນ​ທົ່ວ​ປະ​ເທດ ​ໂດຍ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ພັດທະນາ​ບໍລິຫານ​ ໄທ (NIDA) ​​ດຳ​ເນີນ​ໄດ້​ຊີ້ໃຫ້​ເຫັນ​ວ່າ: ນັບ​ມື້​ນັບ​ມີ​ປະຊາຊົນຫລາຍ​ຄົນຂອງ​ປະ​ເທດ​ນີ້ ລັງ​ເລ​ໃຈ​ກ່ຽວ​ກັບ​ເລື່ອງ​ໄປ​ປ່ອນ​ບັດ​ໃນ​ການ​ລົງ​ປະຊາ​ມະຕິ​ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ​ໃນ​ເດືອນ 8 ຈະ​ມາ​ເຖິງ. ໝາກ​ຜົນ​ໄດ້​ປະກາດ​ໃນ​ວັນ​ທີ 03/07 ຜ່ານ​ມາ ​ແມ່ນ​ການຢັ່ງ​ຫາງ​ສຽງ​ຄັ້ງ​ທີ 6 ຂອງ​ສະ​ຖາ​ບັນ NIDA. ຕາມ​ນັ້ນ​ແລ້ວ, ມີ​ຜູ້​ຖືກ​ຖານ​ເຖິງ 62,80% ຍັງ​ບໍ່​ທັນ​ຕັດສິນ​​ໃຈ​ວ່າ ຈະ​ເຂົ້າ​ຮ່ວມ​ການ​ປ່ອນ​ບັດ​ຫຼື​ບໍ, ​ເພີ່​ມຂຶ້ນ​ເກືອບທົບ 2 ​ເທົ່າ​ ​ເມື່ອ​ທຽບ​ໃສ່ການ​ຢັ່ງ​ຫາງ​ສຽງ​ຄັ້ງ​ທຳ​ອິດ​ຂອງ​ສະ​ຖາ​ບັນ​ດັ່ງກ່າວ​. ນອກ​ນັ້ນ ມີ 27,3% ຄົນ​ເວົ້າ​ວ່າ ​ເຂົາ​ເຈົ້າຈະ​ປ່ອນ​ບັດ​ສະໜັບສະໜູນ​ຮ່າງ​ລັດຖະທຳ​ມະນູນ ​ໃນ​ຂະນະ​ທີ່​ມີ 3,7% ຄົນ​ເວົ້າ​ວ່າຈະ​ໄປ​ປ່ອນ​ບັດ​ແຕ່​ຍັງ​ບໍ່​ທັນ​ມີ​ການ​ຕັດສິນ​ສຸດ​ທ້າຍ​ເທື່ອ ​ແລະ 6,8% ຖະ​ແຫຼ​ງວ່າ​ຈະປ່ອນບັດຄັດ​ຄ້ານ.


ຂ່າວ/ບົດ​ອື່ນ