(VOVWORLD) - ວັນທີ 24 ກຸມພາ, ຜູ້ມີສິດເລືອກຕັ້ງ ກູບາ ປະມານ 8,6 ລ້ານຄົນໄດ້ໄປປ່ອນບັດໃນການລົງປະຊາມະຕິຮັບຮອງເອົາລັດຖະທຳມະນູນສະບັບໃໝ່, ຊຶ່ງເປັນເອກະສານກຳນົດໄລຍະພັດທະນາໃໝ່ຂອງ ກູບາ ເປັນຮູບປະທຳ.
ຜູ້ມີສິດເລືອກຕັ້ງ ກູບາ ໄປປ່ອນບັດ (ພາບ: TTXVN) |
ກ່າວຄຳເຫັນພາຍຫລັງການປ່ອນບັດຢູ່ສະຖານທີ່ປ່ອນບັດເລກທີ 3, ເມືອງ Playa, ນະຄອນຫລວງ ລາຮາບານາ, ທ່ານປະທານ ກູບາ Miguel Diaz-Canel Bermudez ໃຫ້ຂໍ້ສັງເກດວ່າ: ຮ່າງນິຕິກຳໃໝ່ສູງສຸດຂອງ ກູບາ ແມ່ນ “ລັດຖະທຳມະນູນທັນສະໄໝ, ສ້າງລັດສັງຄົມນິຍົມແຫ່ງອຳນາດນິຕິບັນຍັດເປັນຮູບປະທຳ, ອະນຸຍາດໃຫ້ບັນດາວິວັດທະນາການຈຳເປັນ ແລະ ມີບາດກ້າວໃນວິວັດການສ້າງຮູບແບບເສດຖະກິດ - ສັງຄົມຢ່າງຂາດຕົວກ່ວາ”. ຄາດວ່າ ໝາກຜົນເບື້ອງຕົ້ນຂອງການລົງປະຊາມະຕິຈະໄດ້ປະກາດໃນວັນທີ 25 ກຸມພາ ຕາມເວລາທ້ອງຖິ່ນ.