ປະຊາຊົນ ລັດເຊຍ ໄປປ່ອນບັດໃຫ້ອະນາຄົດຂອງປະເທດຊາດ
ແອງຕູ໊, ນັກຂ່າວ VOV ປະຈຳ ລັດເຊຍ -  
(VOVWORLD) - ວັນທີ 01 ກໍລະກົດ, ສະຖານທີ່ປ່ອນບັດໃນທົ່ວປະເທດ ລັດເຊຍ ເກືອບ 100.000 ແຫ່ງ ໄດ້ເປີດປະຕູ ໃຫ້ປະຊາຊົນມາປ່ອນບັດເພື່ອຕັດສິນໃຈ “ເຫັນດີ” ຫຼື “ຄັດຄ້ານ” ກ່ຽວກັບການປັບປຸງລັດຖະທຳມະນູນ. ມີນັກສັງເກດການປະມານ 510.000 ຄົນ.
ທ່ານນາຍົກລັດຖະມົນຕີ ລັດເຊຍ M.Mishustin ໄປປ່ອນບັດ |
ຄະນະກຳມະການເລືອກຕັ້ງສູນກາງ ລັດເຊຍ ໄດ້ຍົກອອກໝາກຜົນການນັບບັດເບື້ອງຕົ້ນວ່າ ມີປະຊາຊົນ ລັດເຊຍ ເກືອບ 73% ໄດ້ເຫັນດີກ່ຽວກັບການປັບປຸງລັດຖະທຳມະນູນ, ເກືອບ 26% ແມ່ນຄັດຄ້ານ.
ເມື່ອມີໝາກຜົນສຸດທ້າຍແລ້ວ, ຖ້າກົດໝາຍວ່າດ້ວຍການປັບປຸງລັດຖະທຳມະນູນ ໄດ້ຮັບບັດສະໜັບສະໜູນກ່ວາ 50% ນັ້ນ ບັນດາການປັບປຸງກໍ່ຈະມີຜົນສັກສິດໃນວັນເວລາປະກາດ.
ແອງຕູ໊, ນັກຂ່າວ VOV ປະຈຳ ລັດເຊຍ