(VOVWORLD) - ປະຊາຊົນ Ethiopia ຫຼາຍຄົນໄດ້ສະແດງຄວາມປະຕິຊົມຊື່ນກ່ຽວກັບ ຂ່າວດັ່ງກ່າວ ແລະ ຫວັງວ່າ ການຢ້ຽມຢາມຈະຊຸກຍູ້ການພົວພັນຮ່ວມມື 2 ຝ່າຍໃຫ້ເຂັ້ມແຂງ
ໃນຊຸມວັນຜ່ານມາ, ສື່ມວນຊົນແຫ່ງລັດ Ethiopia ໄດ້ລົງພິມຫຼາຍບົດ ແລະ ຂ່າວ, ກ່ຽວກັບການຢ້ຽມຢາມ ນະຄອນຫຼວງ Addis Ababa ຂອງທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ. ປະຊາຊົນ Ethiopia ຫຼາຍຄົນໄດ້ສະແດງຄວາມປະຕິຊົມຊື່ນກ່ຽວກັບ ຂ່າວດັ່ງກ່າວ ແລະ ຫວັງວ່າ ການຢ້ຽມຢາມຈະຊຸກຍູ້ການພົວພັນຮ່ວມມື 2 ຝ່າຍໃຫ້ເຂັ້ມແຂງ, ພິເສດແມ່ນກ່ຽວກັບການຮ່ວມມືດ້ານເສດຖະກິດ, ການລົງທຶນ ແລະ ການທ່ອງທ່ຽວ.
ຂ່າວຄາວກ່ຽວກັບທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄປຢ້ຽມຢາມ Ethiopia ເຮັດໃຫ້ອ້າຍ Suleiman ຜູ້ຂັບລົດເຕັກຊີ ຢູ່ນະຄອນຫຼວງ Addis Ababa ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ:
“ປະທານປະເທດ ຫວຽດນາມ ມາຢ້ຽມຢາມ Ethiopia ແລະ ມີການເຮັດວຽກກັບທ່ານປະທານາທິບໍດີ, ທ່ານນາຍົກລັດຖະມົນຕີ ແລະ ລັດຖະມົນຕີຂອງພວກຂ້າພະເຈົ້າ. ຂ້າພະເຈົ້າສະໜັບສະໜູນທີ່ສຸດ ຍ້ອນນີ້ແມ່ນໂອກາດທີ່ດີ ເພື່ອໃຫ້ 2 ປະເທດພັດທະນາການພົວພັນໃຫ້ດີກ່ວາອີກ.”
ສຳລັບເອື້ອຍ Kidist, ຜູ້ຄຸ້ມຄອງໂຮງແຮມຢູ່ນະຄອນຫຼວງ Addis Ababa, ຖືວ່າ:
“ຂ້າພະເຈົ້າໄດ້ຮູ້ວ່າ ປະທານປະເທດຂອງພວກເພື່ອນຈະມາຢ້ຽມຢາມປະເທດຂອງຂ້າພະເຈົ້າ ໃນອາທິດນີ້ ແລະ ຂ້າພະເຈົ້າຄິດວ່າ ການຢ້ຽມຢາມຈະນຳມາເຊິ່ງກາລະໂອກາດແຫ່ງການຮ່ວມມືດ້ານເສດຖະກິດລະຫວ່າງ Ethiopia ແລະ ຫວຽດນາມ, ກໍ່ຄືບັນດາກາລະໂອກາດເພື່ອພັດທະນາບັນດາເຂດຊົນນະບົດຢູ່ປະເທດພວກຂ້າພະເຈົ້າ.”
ງອັກແທກ - ກາວເທ໋. ນັກຂ່າວ VOV ປະຈຳ ອີຢິບ