ປະດັບຍົດຕຳແໜ່ງ ເອກອັກຄະລັດຖະທູດໃຫ້ແກ່ບັນດາພະນັກງານ, ລັດຖະກອນການທູດ
ທ່ານປະທານປະເທດຫວຽດນາມ Truong Tan Sang ມອບຂໍ້ຕົກລົງປະດັບຍົດຕຳແໜ່ງເອກອັກຄະລັດຖະທູດໃຫ້ແກ່ພະນັກງານ, ລັດຖະກອນກະຊວງການຕ່າງປະເທດ
(ພາບ: ສຳນັກຂ່າວສານຫວຽດນາມ)
(vovworld) - ຕອນບ່າຍວັນທີ 17/8, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດຫວຽດນາມ Truong Tan Sang ໄດ້ເຂົ້າຮ່ວມ ແລະ ມອບຂໍ້ຕົກລົງປະດັບຍົດຕຳແໜ່ງເອກອັກຄະລັດຖະທູດໃຫ້ແກ່ພະນັກງານ, ລັດຖະກອນກະຊວງການຕ່າງປະເທດ 38 ທ່ານ. ໃນບັນຍາກາດທີ່ສົມກຽດ, ທ່ານ Giang Son, ຮອງຫົວໜ້າຫ້ອງວ່າການປະທານປະເທດ ໄດ້ປະກາດຂໍ້ຕົກລົງຂອງປະທານປະເທດປະດັບຍົດຕຳແໜ່ງເອກອັກຄະລັດຖະທູດໃຫ້ແກ່ພະນັກງານ, ລັດຖະກອນຂະແໜງການທູດ. ກ່າວຄຳເຫັນນະພິທີ, ທ່ານປະທານປະເທດ Truong Tan Sang ຖືວ່າ: ຖ້າຫາກໃນໄລຍະສົງຄາມ, ກອງທັບແມ່ນກຳລັງແນວໜ້າ ໃນໄລຍະສັນຕິພາບ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລີກເຊິ່ງ, ກ້ວາງແຂວງ, ຮອບດ້ານ, ຂະແໜງການທູດ, ໃນນັ້ນມີບັນດາເອກອັກຄະລັດຖະທູດ ແມ່ນກຳລັງຫຼັກແຫຼ່ງແກ່ນສານ. ທ່ານປະທານປະເທດຊີ້ແຈງວ່າ: ປະຈຸບັນ ແລະ ໃນໄລຍະຈະມາເຖິງ, ຂະແໜງການທູດ ຈະນັບມື້ນັບຕ້ອງແກ້ໄຂບັນດາວຽກງານທັງຫຼາຍ ແລະ ທັງສັບສົນທີ່ກ່ຽວຂ້ອງເຖິງຄວາມສະຫງົບ ແລະ ການພັດທະນາຂອງປະເທດຊາດ, ແລະກໍ່ຕ້ອງຮັບມືກັບບັນດາບັນຫາຮີບດ່ວນ, ມີລັດສະນະທົ່ວໂລກ. ດັ່ງນັ້ນ, ພວກເຮົາຕ້ອງມີຖັນແຖວພະນັກງານມີຄຸນນະທາດ, ພຸມປັນຍາ ແລະ ມີບົດຮຽນຫຼາຍ ເພື່ອແກ້ໄຂບັນດາບັນຫາການຕ່າງປະເທດທີ່ວາງອອກໃຫ້ແກ່ປະເທດຊາດ, ຮັບໃຊ້ໃຫ້ແກ່ຜົນປະໂຫຍດຂອງປະເທດຊາດໃຫ້ດີທີ່ສຸດ.