ປະຕິກິລິຍາຂອງບາງປະເທດກ່ຽວກັບເລື່ອງ ອິດສະຣາແອັນ ນຳ NGOs ປາແລັດສະຕິນເຂົ້າບັນຊີລາຍຊື່ກຸ່ມກໍ່ການຮ້າຍ

(VOVWORLD) -ຖະແຫຼງການຊີ້ແຈ້ງວ່າ ການກະທຳຂອງ ອິດສະຣາແອັນ “ມີຜົນຮ້າຍຢ່າງກວ້າງເລິກ” ຕໍ່ບັນດາອົງການດັ່ງກ່າວກ່ຽວກັບດ້ານການເມືອງ, ຍຸຕິທຳ ແລະ ການເງິນ.
ປະຕິກິລິຍາຂອງບາງປະເທດກ່ຽວກັບເລື່ອງ ອິດສະຣາແອັນ ນຳ NGOs ປາແລັດສະຕິນເຂົ້າບັນຊີລາຍຊື່ກຸ່ມກໍ່ການຮ້າຍ - ảnh 1ຖະແຫຼງການກໍ່ຮຽກຮ້ອງໃຫ້ທັງ ອິດສະຣາແອັນ ແລະ ປາແລັດສະຕິນ
ຈົ່ງລະງັບໃຈຕໍ່ການກະທຳພຽງລຳພັງຝ່າຍດຽວທີ່ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ
(ພາບປະກອບ: AP)

ບັນດາປະເທດສະມາຊິກສະຫະພາບເອີລົບ (ອີຢູ) ແອັດສະໂຕນີ, ຝລັ່ງ ແລະ ອິດສະຣາແອັນ ປະຈຸບັນແມ່ນສະມາຊິກຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ພ້ອມກັບ ນອກແວ ແລະ ປະເທດກະກຽມເຂົ້າເປັນສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດ ອານບານີ ຫາກໍ່ຍົກອອກຖະແຫຼງການຮ່ວມ ສະແດງ “ຄວາມວິຕົກກັງວົນຢ່າງເລິກເຊິ່ງ” ຕໍ່ເລື່ອງ ອິດສະຣາແອັນ ນຳ 6 ອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ (NGOs) ຂອງ ປາແລັດສະຕິນ ເຂົ້າບັນຊີລາຍຊື່ບັນດາກຸ່ມກໍ່ການຮ້າຍ.

        ຖະແຫຼງການຊີ້ແຈ້ງວ່າ ການກະທຳຂອງ ອິດສະຣາແອັນ “ມີຜົນຮ້າຍຢ່າງກວ້າງເລິກ” ຕໍ່ບັນດາອົງການດັ່ງກ່າວກ່ຽວກັບດ້ານການເມືອງ, ຍຸຕິທຳ ແລະ ການເງິນ. ຕາມຖະແຫຼງການ, 5 ປະເທດດັ່ງກ່າວຈະສະເໜີຕໍ່ເຈົ້າໜ້າທີ່ ອິດສະຣາແອັນ ສະໜອງຂໍ້ມູນຕື່ມອີກກ່ຽວກັບຫຼັກຖານນຳບັນດາ NGOs ຂອງ ປາແລັດສະຕິນ ເຂົ້າບັນຊີ ແລະ ຈະຄົ້ນຄວ້າຂໍ້ມູນນີ້ຢ່າງລະອຽດ.

        ຖະແຫຼງການກໍ່ຮຽກຮ້ອງໃຫ້ທັງ ອິດສະຣາແອັນ ແລະ ປາແລັດສະຕິນ ຈົ່ງລະງັບໃຈຕໍ່ການກະທຳພຽງລຳພັງຝ່າຍດຽວທີ່ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ ແລະ ເຮັດໃຫ້ມາດຕະການແກ້ໄຂໂດຍ 2 ລັດຫຼຸດລົງ, ພ້ອມກັນນັ້ນຮຽກຮ້ອງໃຫ້ 2 ຝ່າຍສືບຕໍ່ປະຕິບັດມາດຕະການທີ່ໄດ້ຍົກອອກມາໃນຊຸມເດືອນມໍ່ໆມານີ້ເພື່ອປົວແປງການຮ່ວມມື.

ຕອບກັບ

ຂ່າວ/ບົດ​ອື່ນ