(vovworld) – ພາຍຫຼັງທີ່ທ່ານປະທານາທິບໍດີ Barack Obama ປະກາດຍຸດທະສາດຮອບດ້ານໃໝ່ ເພື່ອຮັບມືກັບບັນດາພາກສ່ວນທີ່ຂຶ້ນກັບກຸ່ມທີ່ອ້າງຊື່ວ່າ “ລັດອິດສລາມ” (IS) ຢູ່ຊີຣີ ແລະ ອີຣັກ, ບາງປະເທດໄດ້ມີປະຕິກິລິຍາທຳອິດ.
ວັນທີ 11/09, ໂຄສົກກະຊວງການຕ່າງປະເທດລັດເຊຍ Alexander Lukashevich ຖະແຫຼງວ່າ ການຕໍ່ສູ້ຕ້ານກຳລັງຊົ່ວຮ້າຍນີ້ ຕ້ອງປະຕິບັດຕາມກົດໝາຍສາກົນ, ບັນດາມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດຢ່າງເຂັ້ມງວດ ກໍ່ຄືເຄົາລົບຜືນແຜ່ນດິນອັນຄົບຖ້ວນຂອງຊີຣີ ແລະ ອີຮັກ. ສ່ວນໂຄສົກກະຊວງການຕ່າງປະເທດຈີນ ຄວາຈວນຢິງ ຮຽກຮ້ອງເຄົາລົບອະທິປະໄຕ, ເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດກ່ຽວຂ້ອງ ໃນສະພາບທີ່ທ່ານປະທານາທິບໍດີ Barack Obama ໃຫ້ຄຳໝັ້ນສັນຍາດຳເນີນບັ້ນຮົບບຸກໂຈມຕີທາງອາກາດຢ່າງເລິກເຊິ່ງ, ກວ້າງຂວາງຢູ່ທັງອີຣັກ ແລະ ຊີຣີ.
ທ່ານລັດຖະມົນຕີໄກ່ເກ່ຍປອງດອງຊີຣີ Ali Haidar ໄດ້ຫວນຄືນຫຼັກໝັ້ນຂອງລັດຖະບານປະເທດນີ້ວ່າ ບໍ່ວ່າການບຸກໂຈມຕີທາງອາກາດໃດໆຈາກພາຍນອກເຂົ້າຜືນແຜ່ນດິນຂອງຊີຣີ ແຕ່ບໍ່ໄດ້ຮັບອະນຸຍາດຂອງດາມາກຸດ ຈະໄດ້ຮັບຖືວ່າແມ່ນການຮຸກຮານ. ສ່ວນຢູ່ເຕເຮຣານ, ທ່ານນາງໂຄສົກກະຊວງການຕ່າງປະເທດອີຣານ Marzieh Afkham ສະແດງການສົງໄສຕໍ່ພັນທະມິດສາກົນຕ້ານ IS ຢູ່ຊີຣີ.
ບັນດາລັດຖະມົນຕີການຕ່າງປະເທດເຢຍລະມັນ ແລະ ອັງກິດ ກໍ່ຖະແຫຼງຈະບໍ່ເຂົ້າຮ່ວມການບຸກໂຈມຕີທາງອາກາດໃສ່ບັນດາເປົ້າໝາຍຂອງ IS ຢູ່ຊີຣີ.