ຊາວລີ້ໄພ (ພາບ: AFP/TTXVN)
(vovworld) - ຫລາຍປະເທດໃນໂລກໄດ້ມີປະຕິກິລິຍາທີ່ກ່ຽວຂ້ອງເຖິງລັດຖະດຳລັດບໍລິຫານໃນບັນຫາຮັບເອົາຊາວລີ້ໄພ ເຊິ່ງທ່ານປະທານາທິບໍດີ ອາເມລິກາ Donald Trump ຫາກໍ່ເຊັນໃນວັນທີ 27/01. ຢູ່ ປາຣີ ທ່ານ Jean – Marc Ayrault ລັດຖະມົນຕີການຕ່າງປະເທດ ຝະລັ່ງ ໃຫ້ຮູ້ວ່າ: ຝະລັ່ງ ແລະ ເຢຍລະມັນ ມີຄວາມວິຕົກກັງວົນຕໍ່ຂໍ້ຕົກລົງຈຳນວນໜຶ່ງຂອງທ່ານປະທານາທິບໍດີ ອາເມລິກາ Trump, ເປັນຕົ້ນແມ່ນຂໍ້ຕົກລົງເພື່ອຈຳກັດຊາວລີ້ໄພເຂົ້າ ອາເມລິກາ. ກ່ອນໜ້ານັ້ນ ຢູ່ Tehran ທ່ານປະທານາທິບໍດີ ອີຣານ Hassan Rouhani ໄດ້ຕຳໜິຕິຕຽນທ່ານປະທານາທິບໍດີ Trump ແລະ ເນັ້ນໜັກວ່າ: “ປະຈຸບັນ ບໍ່ແມ່ນຈຸດເວລາເພື່ອກໍ່ສ້າງກີດຂວາງລະຫວ່າງບັນດາປະເທດ”. ເຖິງວ່າ ທ່ານ Rouhani ບໍ່ມີຄຳວິຈານໂດຍກົງກ່ຽວກັບລັດຖະດຳລັດດັ່ງກ່າວກໍ່ຕາມ ແຕ່ກ່າວວ່າ ອີຣານ ໄດ້ເປີດປະຕູໃຫ້ແຂກທ່ອງທ່ຽວຕ່າງປະເທດ ນັບແຕ່ເມື່ອລົງນາມໃນຂໍ້ຕົກລົງນິວເຄຼຍກັບບັນດາປະເທດມະຫາອຳນາດໂລກໃນປີ 2015. ໃນຂະນະນັ້ນ ສື່ສັງຄົມອອນລາຍ Twitter ວັນທີ 28/01 ໂຄສົກຂອງປະທານາທິບໍດີ ເຊັກໂກ ທ່ານ Jiri Ovcacek ຊົມເຊີຍຂໍ້ຕົກລົງຂອງປະທານາທິບໍດີ ອາເມລິກາ ແລະ ຖືວ່າ: ການນຳ ອາເມລິກາ ພຽງແຕ່ຢາກປົກປັກຮັກສາຄວາມສະຫງົບປອດໄພແຫ່ງຊາດ ແລະ ເປັນຫ່ວງຕໍ່ຄວາມປອດໄພຂອງຊາວ ອາເມລິກາ ເທົ່ານັ້ນ.