(vovworld) – ວັນທີ 17/09, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບປະຕິກິລິຍາຂອງຫວຽດນາມ ຕໍ່ເລື່ອງວັນທີ 11/09, ກຳປັ່ນໄທ ໄດ້ຂັບໄລ່ກຳປັ່ນຫາປາບາງລຳຂອງຫວຽດນາມ ແລະ ນຳໃຊ້ອາວຸດເພື່ອບຸກໂຈມຕີ ເຮັດໃຫ້ຊາວປະມົງຫວຽດນາມ 1 ຄົນເສຍຊີວິດ ແລະ 2 ຄົນຖືກບາດເຈັບ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິ່ງ ໃຫ້ຮູ້ວ່າ:
ພາຍຫຼັງເກີດເຫດ, ກະຊວງການຕ່າງປະເທດຫວຽດນາມ ໄດ້ສົມທົບກັບບັນດາອົງການກ່ຽວຂ້ອງພາຍໃນປະເທດຢ່າງແໜ້ນແຟ້ນ ເພື່ອຮັບຮູ້ບັນດາຂໍ້ມູນທີ່ກ່ຽວຂ້ອງ. ກະຊວງການຕ່າງປະເທດ ໄດ້ຮຽກຮ້ອງໃຫ້ສະຖານທູດຫວຽດນາມ ປະຈຳໄທ ເຮັດວຽກກັບຝ່າຍໄທ ຢ່າງແໜ້ນແຟ້ນ ເພື່ອຊອກຮູ້ແຈ້ງເຫດການນີ້.
ໃນບໍ່ວ່າກໍລະນີ້ໃດ, ຫວຽດນາມ ກໍກ່າວປະນາມຢ່າງຮຸນແຮງບັນດາການກະທຳທີ່ໄຮ້ມະນຸດສະທຳ, ນຳໃຊ້ ຫຼື ນາບຂູ່ນຳໃຊ້ອາວຸດສຳລັບບັນດາຊາວປະມົງຫວຽດນາມ. ຫວຽດນາມ ຮຽກຮ້ອງຝ່າຍໄທ ດຳເນີນການສືບສວນເຫດການຢ່າງຮີບດ່ວນ, ເຮັດແຈ້ງຄວາມຮັບຜິດຊອບ ແລະ ລົງໂທດບັນດາສ່ວນບຸກຄົນທີ່ກ່ຽວຂ້ອງ, ຊົດເຊີຍບັນດາຄວາມເສຍຫາຍດ້ານຊີວິດອີນຊີ ແລະ ຊັບສິນຂອງຊາວປະມົງຫວຽດນາມ, ບໍ່ປະໃຫ້ເກີດບັນດາເຫດການທີ່ຄ້າຍຄືກັນ, ຫຼີກລ້ຽງບໍ່ໃຫ້ສົ່ງຜົນສະທ້ອນເຖິງການພົວພັນຄູ່ຮ່ວມມືຍຸດທະສາລະຫວ່າງຫວຽດນາມ - ໄທ.
ສ່ວນຝ່າຍຫວຽດນາມ, ບັນດາອົງການກ່ຽວຂ້ອງຂອງຫວຽດນາມ ໄດ້, ພວມ ແລະ ສົມທົບກັນຢ່າງແໜ້ນແຟ້ນເພື່ອເພີ່ມທະວີການຄຸ້ມຄອງ, ຕິດຕາມກວດກາການເຄື່ອນໄຫວຂຸດຄົ້ນສິນໃນນ້ຳຂອງຊາວປະມົງຫວຽດນາມ, ຮັບປະກັນເຄົາລົບເຂດທະເລຂອງບັນດາປະເທດກ່ຽວຂ້ອງ.