ປະຕິກິລິຍາຂອງ ອາເມລິກາທີ່ມີຕໍຖະແຫຼງການໃໝ່ຂອງ ປະທານາທິບໍດີ ອາບກະນິດສະຖານ

ປະຕິກິລິຍາຂອງ ອາເມລິກາທີ່ມີຕໍຖະແຫຼງການໃໝ່ຂອງ ປະທານາທິບໍດີ ອາບກະນິດສະຖານ - ảnh 1
ທ່ານນາງ Victoria Nuland
(ພາບ: ອີນເຕີເນັດ)

(vovworld) – ອຳນາດ​ການ​ປົກຄອງ​ປະທານາທິບໍດີ Obama ​ມີ​ບັນດາ​ປະຕິ​ກິ​ລິ​ຍາ​ທຳ​ອິດ​ຕໍ​ຖະ​ແຫຼ​ງການ​ໃໝ່​ຂອງ​ປະທານາທິບໍດີ ອາບ​ກາ​ນິດ​ສະຖານ​ທີ່​ວ່າ: ອາ​ເມ​ລິ​ກາ ​ແລະ NATO ຕ້ອງ​ຖອນ​ທະຫານ​ຂອງ​ຕົນ​ອອກ​ຈາກ​ບັນດາ​ເຂດ​ຊົນນະບົດໃນ​ທັນທີ​ ​ແລະ ດຳ​ເນີນ​ການ​ມອບ​ໂອນ​ສິດ​ປ້ອງ​ກັນ​ຄວາມ​ສະຫງົບ​ໃຫ້​​ບັນດາ​ກຳລັງ​ຂອງ​ອາບ​ກາ​ນິດ​ສະຖານ​ໃນປີ 2013, ໝາຍ​ຄວາມ​ວ່າ​ກ່ອນ​ກຳນົດ​ເວລາ 1 ປີ. ​ໂຄສົກ​ກະຊວງ​ກາ​ນຕ່າງປະ​ເທດ​ອາ​ເມ​ລິ​ກາ, ທ່ານ​ນາງ Victoria Nuland ຖື​ວ່າ: ຄຳ​ຖະ​ແຫຼ​ງດັ່ງກ່າວ​ຂອງ​ປະທານາທິບໍດີ Hamid Karzai ບໍ່​ແມ່ນ​ເລື່ອງ​​ໃໝ່. ​ໃນ​ຂະນະ​ນັ້ນ, ປະຕິກິລິຍາ​ຕໍ​ຖະ​ແຫຼ​ງການ​ຂອງ Taliban ທີ່ວ່າ: ກຳລັງ​ນີ້​ໄດ້​ລົບ​ລ້າງ​ບັນດາ​ການ​ເຈລະຈາ​ໂດຍ​ສັນຕິ​ກັບ ອາ​ເມ​ລິ​ກາ, ທ່ານ​ນາງ Nuland ​ໃຫ້​ຮູ້​ວ່າ​: ອາ​ເມ​ລິ​ກາ​ຈະ​ພິຈາລະນາວ່າ ນີ້​ແມ່ນ​ຄວາມ​ເຫັນ​ທີ່ຕາງໜ້າ​ໃຫ້​​ກຳລັງ Taliban ຫຼື​ບໍ່, ​ແລະ​ມີ​ວິວັດທະນາ​ການ​ໃດ​ຕ້ອງການ​​ໄດ້​ຮັບ​ການ​ສະໜັບ​ສະ​ໜູນຂອງ ອາ​ເມ​ລິ​ກາ ຫຼື​ບໍ່ ​ແລະ ຖ້າ​ເຫັນ​ວ່າ​ມີ​ຄວາມ​ຈຳ​ເປັນ ອາ​ເມ​ລິ​ກາ​ ຈະ​ກຽມພ້ອມ​ເພື່ອ​ດຳ​ເນີນ​​ການ​ປຶກສາ​ຫາ​ລືຕ່າງໆ​ກັບ​ກຳລັງ Taliban.

 

 

ຂ່າວ/ບົດ​ອື່ນ