ສະພາບການຢູ່ຊີຣິ
(ພາບ:tinmoi.vn)
(vovworld)-ປະຊາຄົມໂລກສືບຕໍ່ມີປະຕິກິລິຍາທີ່ແຕກຕ່າງກັນຕໍ່ບົດກ່າວປາໄສເມື່ອວັນທີ 31/8 ຂອງປະທານາທິບໍດີອາເມລິກາ Barack Obama ກ່ຽວກັບຄວາມສາມາດຊອກຫາການສະໜັບສະໜູນຂອງສະພາແຫ່ງຊາດອາເມລິກາ ເພື່ອບຸກໂຈມຕີຊີຣີ. ຝະລັ່ງ, ອິດສະລາແອນ ແລະ ຕວກກີ ໄດ້ສະແດງຄວາມຕັດສິນໃຈຊຸກຍູ້ການກະທຳດ້ານການທະຫານຕ້ານຄືນຊີຣີ. ຢູ່ເອີລົບ, ບາງປະເທດສະມາຊິກອີຢູຄືອິຕາລີ, ເກຼກ ໄດ້ກ່າວເຕືອນວ່າຈະຄັດຄ້ານທຸກໆການກະທຳດ້ານການທະຫານ. ຢູ່ປະເທດອັງກິດ ຊື່ງແມ່ນພັດທະມິດອັນສະໜິດສະໜົມຂອງອາເມລິກາ, ສະພາແຫ່ງຊາດອັງກິດໄດ້ປ່ອນບັດປະຕິເສດຂໍ້ສະເໜີເຂົ້າຮ່ວມການສູ້ຮົບຂອງທ່ານນາຍົກລັດຖະມົນຕີ David Cameron. ທ່ານນາງຍາຍົກລັດຖະມົນຕີເຢຍລະມັນ Angela Merkel ແລະ ທ່ານປະທານາທິບໍດີລັດເຊຍ V.Putin ລ້ວນແຕ່ຖືວ່າ: ວິກິດການຢູ່ຊີຣີ ຈະສາມາດໄດ້ຮັບການແກ້ໄຂດ້ວຍບັນດາມາດຕະການການເມືອງ ຜ່ານສະພາຄວາມໝັນຄົງ ສປຊ ເທົ່ານັ້ນ. ໃນຂະນະນັ້ນ, ທ່ານເລຂາທິການໃຫ່ຍ ສປຊ ບານກີມູນ ໄດ້ຊຸກຍູ້ບັນດານັກສັງເກດການອາວຸດເຄມີ ສປຊ ຈົ່ງຍົກອອກໝາກຜົນການສືບສວນການບຸກໂຈມຕີດ້ວຍອາວຸດເຄມີຢູ່ຊີຣີ ໂດຍໄວ.