ປະ​ຕິ​ບັດ​ການຫຼຸດ​ຜ່ອນ​ອັດ​ຕາຄອບ​ຄົວ​ທຸກ​ຍາກ​ໃນຫຼາຍ​ດ້ານ ແລະ ຍື່ນ​ຍົງ ໄລ​ຍະ 2021 – 2025

(VOVWORLD) -ສະພາແຫ່ງຊາດໄດ້ດຳເນີນການລົງຄະແນນສຽງຮັບຮອງເອົາມະຕິວ່າດ້ວຍແຜນນະໂຍບາຍລົງທຶນເຂົ້າໃນໂຄງການເປົ້າໝາຍຫຼຸດຜ່ອນອັດຕາຄອບຄົວທຸກຍາກແຫ່ງຊາດ ແບບຍືນຍົງ ໄລຍະ 2021 – 2025, ດ້ວຍ 94,99 % ຈຳນວນສະມາຊິກສະພາແຫ່ງຊາດເຫັນດີນຳ.
ປະ​ຕິ​ບັດ​ການຫຼຸດ​ຜ່ອນ​ອັດ​ຕາຄອບ​ຄົວ​ທຸກ​ຍາກ​ໃນຫຼາຍ​ດ້ານ ແລະ ຍື່ນ​ຍົງ ໄລ​ຍະ 2021 – 2025  - ảnh 1ການລົງຄະແນນສຽງຮັບຮອງເອົາມະຕິວ່າດ້ວຍແຜນນະໂຍບາຍລົງທຶນເຂົ້າໃນໂຄງການເປົ້າໝາຍຫຼຸດຜ່ອນອັດຕາຄອບຄົວທຸກຍາກແຫ່ງຊາດ ແບບຍືນຍົງ ໄລຍະ 2021 – 2025 (ພາບ: TTXVN)

ຕອນເຊົ້າວັນທີ 28 ກໍລະກົດ, ພາຍໃຕ້ການຊີ້ນຳຂອງທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ, ສະພາແຫ່ງຊາດໄດ້ດຳເນີນການລົງຄະແນນສຽງຮັບຮອງເອົາມະຕິວ່າດ້ວຍແຜນນະໂຍບາຍລົງທຶນເຂົ້າໃນໂຄງການເປົ້າໝາຍຫຼຸດຜ່ອນອັດຕາຄອບຄົວທຸກຍາກແຫ່ງຊາດ ແບບຍືນຍົງ ໄລຍະ 2021 – 2025, ດ້ວຍ 94,99 % ຈຳນວນສະມາຊິກສະພາແຫ່ງຊາດເຫັນດີນຳ.

        ມະຕິສະບັບດັ່ງກ່າວຊີ້ແຈ້ງວ່າ, ໂຄງການໄດ້ວາງເປົ້າໝາຍລວມແມ່ນ ຫຼຸດຜ່ອນອັດຕາຄອບຄົວທຸກຍາກໃນຫຼາຍດ້ານ, ກວມລວມ, ຍືນຍົງ, ຈຳກັດກໍລະນີທຸກຍາກຄືນໃໝ່ ຫຼື ກໍລະນີທຸກຍາກເກີດໃໝ່; ໜູນຊ່ວຍຄອບຄົວທຸກຍາກ, ຄົນທຸກຍາກຍົກລະດັບຄອງຊີບລື່ນກາຍລະດັບຕ່ຳສຸດ, ເຂົ້າເຖິງບັນດາການບໍລິການສັງຄົມໂດຍພື້ນຖານຕາມມາດຕະຖານທຸກຍາກຫຼາຍດ້ານລະດັບຊາດ, ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ.

        ໂຄງການເປົ້າໝາຍຫຼຸດຜ່ອນອັດຕາຄອບຄົວທຸກຍາກແຫ່ງຊາດແບບຍືນຍົງ ໄລຍະ 2021 – 2025 ໄດ້ຮັບການປະຕິບັດໃນຂອບເຂດທົ່ວປະເທດ ໂດຍສຸມໃສ່ບັນດາເມືອງທຸກຍາກ, ຕາແສງປະສົບກັບຄວາມຫຍຸ້ງຍາກເປັນພິເສດ.

ຕອບກັບ

ຂ່າວ/ບົດ​ອື່ນ