ປະຕິບັດມະຕິສູນກາງພັກຄັ້ງທີ 4 ຊຸດທີ 11 ຢ່າງເຂັ້ມງວດ

ປະຕິບັດມະຕິສູນກາງພັກຄັ້ງທີ 4 ຊຸດທີ 11 ຢ່າງເຂັ້ມງວດ - ảnh 1
(ພາບປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 23 ກັນຍາ, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການ​ຊົນ​ເຜົ່າ ​ໄດ້​ຈັດກອງປະຊຸມ​ປະກາດການສະຫຼຸບ​ຂອງ​ຄະນະ​ກວດກາ​ກົມ​ການ​ເມືອງ ກ່ຽວ​ກັບ​ການ​ສືບ​ຕໍ່​ຊີ້​ນຳ, ນຳພາ ​ແລະ ຈັດ​ຕັ້ງ​​ປະຕິບັດ​ມະຕິ​ສູນ​ກາງ​ພັກຄັ້ງ​ທີ 4, ຊຸດ​ທີ 11 “ບາງ​ບັນຫາ​ຮີບ​ດ່ວນກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ” ​ແລະ ໝາກຜົນ​ການ​ປະຕິບັດ​ຄຳ​ສັ່ງ​ເລກທີ 03 ຂອງ​ກົມ​ການ​ເມືອງ ກ່ຽວ​ກັບການ “ສືບ​ຕໍ່​ຍູ້​ແຮງ​ການ​ຮໍ່າຮຽນ ​ແລະ ປະຕິບັດ​ຕາ​ມແບບຢ່າງຄຸນສົມບັດ​ປະທານ​ໂຮ່ຈິ​ມິນ”. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸ໋ກ ຮຽກຮ້ອງ​ໃຫ້​ຄະນະ​ພັກຄະ​ນະ​ກຳມະການຊົນ​ເຜົ່າ ສືບ​ຕໍ່​ຈັດ​ຕັ້ງ​ການປະຕິບັດມະຕິ​ສູນ​ກາງ​ພັກຄັ້ງ​ທີ 4 ​ແລະ ຄຳ​ສັ່ງ 03 ຢູ່​ບັນດາ​ອົງການ ​ສຳນັກງານໃຫ້​ບັນລຸ​ໄດ້​ໝາກຜົນ ​ແລະ ມີ​ປະສິດທິ​ຜົນ​ຢ່າງ​ແທດ​ຈິງ. ຄະນະ​ປະຈຳ​ຄະນະ​ພັກ ​ເພີ່ມ​ທະວີ​ການ​ກວດກາ, ສືບ​ຕໍ່​ແກ້​ໄຂ​ຄວາມ​ຈຳກັດ, ຂໍ້​ຂາ​ດຕົກ​ບົກພ່ອງ​ຕາມ​ແຜ​ນນະ​ໂຍບາຍ​ມະຕິ ​ແລະ ຄຳ​ສັ່ງ.ບັນດາ​ອົງການ​ພັກ ​ແລະ ສະມາຊິກ​ພັກ ຕ້ອງ​ນຳ​ບັນດາ​ມະຕິ, ຄຳ​ສັ່ງ​ຂອງ​ພັກ​ເຂົ້າ​ໃນ​ຊີວິດ​ຕົວ​ຈິງ​ໂດຍ​ໄວ ດ້ວຍ​ວຽກງານ​ລະອຽດ ​ແລະ ​ແທດ​ຈິງ.

ຂ່າວ/ບົດ​ອື່ນ