ປະ​ຕິ​ບັດ​ວຽກ​ງາ​ນຂົນ​ຂ​ວາຍ​ປະ​ຊາ​ຊົນຕ້ອງ​ຖື​ປະ​ຊາ​ຊົນ​ເປັນ​ຫຼັກ

(VOVWORLD) - ຕອນບ່າຍວັນທີ 16 ກໍລະກົດ, ຢູ່ຮ່າໂນ້ຍ, ຄະນະຂົນຂວາຍປະຊາຊົນສູນກາງໄດ້ສົມທົບກັບຄະນະພະນັກງານພັກລັດຖະບານ,  ຄະນະພະນັກງານພັກ ກະຊວງພາຍໃນພ້ອມກັບຄະນະພະນັກງານພັກອົງການກວດກາລັດຖະບານ ຈັດຕັ້ງກອງປະຊຸມຕີລາຄາໝາກຜົນຂອງການປະຕິບັດວຽກງານຂົນຂວາຍປະຊາຊົນ ຂອງອົງການບໍລິຫານລັດ, ອຳນາດການປົກຄອງທຸກຂັ້ນໃນໄລຍະ 6 ເດືອນຕົ້ນປີ 2020. 
ປະ​ຕິ​ບັດ​ວຽກ​ງາ​ນຂົນ​ຂ​ວາຍ​ປະ​ຊາ​ຊົນຕ້ອງ​ຖື​ປະ​ຊາ​ຊົນ​ເປັນ​ຫຼັກ - ảnh 1ກອງປະຊຸມຕີລາຄາໝາກຜົນຂອງການປະຕິບັດວຽກງານຂົນຂວາຍປະຊາຊົນ ຂອງອົງການບໍລິຫານລັດ, ອຳນາດການປົກຄອງທຸກຂັ້ນໃນໄລຍະ 6 ເດືອນຕົ້ນປີ 2020 (ພາບ: TTXVN)

ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ແລະ ທ່ານເຈືອງຮ່ວາບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ໄດ້ ເປັນປະທານຮ່ວມກອງປະຊຸມ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ເຈືອງທິມາຍ ໄດ້ເນັ້ນໜັກວ່າ ແຕ່ລະອົງການໃນກົງຈັກລັດ ຕ້ອງຮັບຮູ້ຢ່າງຈະແຈ້ງກ່ຽວກັບຄວາມຮັບຜິດຊອບຂອງຕົນທີ່ມີຕໍ່ປະຊາຊົນເພື່ອແນໃສ່ປະຕິບັດພາລະໜ້າທີ່ຂອງຕົນໃຫ້ເປັນຢ່າງດີ. ທ່ານນາງກ່າວວ່າ:

        ຕ້ອງເອົາໃຈໃສ່ຢ່າງແທ້ຈິງຕໍ່ຜົນປະໂຫຍດອັນຊອບທຳຂອງປະຊາຊົນ ຕິດພັນກັບຜົນປະໂຫຍດລວມ. ຈາກນັ້ນ ເພື່ອໃຫ້ປະຊາຊົນເຫັນໄດ້ວ່າ ພວກເຮົາມີຄວາມເອົາໃຈໃສ່ ແລະ ສ້າງຄວາມເຫັນດີເຫັນພ້ອມໄດ້ຢ່າງແທ້ຈິງ ເພື່ອໃຫ້ປະຊາຊົນເຂົ້າຮ່ວມວິວັດແຫ່ງການພັດທະນາພ້ອມກັບພັກ, ລັດ ແລະ ໂດຍກົງແມ່ນອຳນາດການປົກຄອງ.

ຕອບກັບ

ຂ່າວ/ບົດ​ອື່ນ