ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຢ້ຽມຢາມແລະອວຍພອນສື່ເອເລັກໂຕນິກVietNamNet

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຢ້ຽມຢາມແລະອວຍພອນສື່ເອເລັກໂຕນິກVietNamNet - ảnh 1
ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ
ຢ້ຽມຢາມແລະອວຍພອນສື່ເອເລັກໂຕນິກ VietNamNet
(ພາບ: dangcongsan.vn)


(vovworld)- ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 90 ປີ​ແຫ່ງວັນ​ສື່ມວ​ນ​ຊົນ​ປະ​ຕິ​ວັດ​ຫວຽດ​ນາມ(21/6/1925-21/6/2015), ຕອນ​ຄ່ຳ​ວັນ​ທີ 13/6, ທ່ານ ຫງວຽນ​ທ້ຽນ​ເຍີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໄດ້​ໄປ​ຢ້ຽມ​ຢາມ ແລະ ອວຍ​ພອນ​ພະ​ນັກ​ງານ, ນັກ​ຂ່າວ, ບັນ​ນາ​ທິ​ການ ສື່​ເອ​ເລັກ​ໂຕ​ນິກ VietNamNet ຊື່ງ​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ສື່​ເອ​ເລັກ​ໂຕ​ນິກມ​ທຳ​ອິດ​ຂອງ​ຫວຽດ​ນາມ ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃນ​ທ້າຍ​ປີ 1997. ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ປາດ​ຖະ​ຫນາ​ຢາກ​ບັນ​ດາ​ອົງ​ການ​ສື່ມວນ​ຊົນ​ເວົ້າ​ລວມ,  VietNamNet ເວົ້າ​ສະ​ເພາະ ຄວນ​ສືບ​ຕໍ່​ປ່ຽນ​ໃຫມ່​ວິ​ທີ​ສື່​ຂ່າວ, ໂຄ​ສະ​ນາ​ກ່ຽວ​ກັບ​ບັນ​ດາ​ແບບ​ຢ່າງ​ດີ​ເດັ່ນ, ສ່ອງ​ແສງ​ຫົວ​ຄິດ​ປະ​ດ​ິດ​ສ້າງ​ຂອງ​ປະ​ຊ​າ​ຊົນ. ທ່ານ ຫງວຽນ​ທ້ຽນ​ເຍີນ ໃສ່​ໃຈ​ວ່າ: VietNamNet ຈັດ​ຕັ້ງ​ການ​ພົບ​ປະ​ສົນ​ທະ​ນາ​ຫວນ​ຄືນ 30 ປີ​ແຫ່ງ​ກາ​ນ​ປ່​ຽນ​ແປງ​ໃຫມ່, ໄຈ້​ແຍກ​ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ, ບັນ​ດາ​ປັດ​ໄຈ​ຕັ້ງ​ຫນ້າ ແລະ ຫຍໍ້​ທ​ໍ້, ສະ​ເຫນີ​ທ່າ​ອ່ຽງ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ ກວ້າງ​ຂວາງ. ຜ່ານນັ້ນ ແນວ​ໂຮມ​ປະ​ເທດ​ຊາດ​ຮັບ​ຟັງ, ແລກ​ປ່ຽນ​ກັບ​ຜູ້​ອ່ານ​ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ.

ຂ່າວ/ບົດ​ອື່ນ