ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມອວຍພອນຍົດຖາບັນດາສັກພຸດທະສາສະຫນາຮ່ວາຫາວ

 ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມອວຍພອນຍົດຖາບັນດາສັກພຸດທະສາສະຫນາຮ່ວາຫາວ - ảnh 1

(vovworld)- ​ເນື່ອງ​ໃນ​ໂອ​ກາດ​ພິ​ທີ​ສະ​ເຫລີມ​ສະ​ຫລອງວັນ​ສ້າງ​ຕັ້ງ​ພຸດ​ທະ​ສາ​ສະ​ຫນາ​ຮ່​ວາ​ຫາວ​ປີ 2015, ທ່ານ ຫງວຽນ​ທ້ຽນ​ເຍີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໄດ້​ສົ່ງ​ຈົດ​ໝາຍອວຍ​ພອນ​ສະ​ພາ​ບໍ​ລິ​ຫານ​ງານ​ສູນ​ກາງ, ຍົດ​ຖາ​ບັນ​ດາ​ສັກ ແລະ ປະ​ຊາ​ຊົນ​ເຊື່ອ​ຖື​ພຸດ​ທະ​ສາ​ສະ​ຫນາ​ຮ່​ວາ​ຫາວ. ໃນ​ຈົດ​ໝາຍ ທ່ານ ຫງວຽນ​ທ້ຽນ​ເຍີນ ຮັບ​ຮູ້ ແລະ ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ຂອງ​ປະ​ຊາ​ຊົນ​ເຊື່ອ​ຖື​ພຸດ​ທະສາ​ສະ​ຫນາຮ່​ວາ​ຫາວ​ສຳ​ລັບ​ພາ​ລະ​ກິດ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ຕະ​ຫລອດ​ຊຸມ​ປີ​ຜ່ານ​ມາ. ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ເຊື່ອ​ໝັ້ນ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ​ສະ​ພາ​ບໍ​ລິ​ຫານ​ງານ​ສູນ​ກາງ ແລະ ປະ​ຊາ​ຊົນ​ເຊື່ອ​ຖື​ພຸດ​ທະ​ສາ​ສະ​ຫນາ ຮ່​ວາ​ຫາວ ຈະ​ສືບ​ຕໍ່​ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ​ເພີ່ມ​ພູນ​ຄູນ​ສ້າງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ເພີ່ມ​ທະ​ວີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງ​ຄົມ.

ຂ່າວ/ບົດ​ອື່ນ