ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຢ້ຽມຢາມ,ອວຍພອນບັນດາຜູ້ເຮັດວຽກງານສື່ມວນຊົນ

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຢ້ຽມຢາມ,ອວຍພອນບັນດາຜູ້ເຮັດວຽກງານສື່ມວນຊົນ - ảnh 1
(ທ່່ານ ຫງວຽນທ້ຽນເຍີນ ຢ້ຽມຢາມ ແລະ ອວຍພອນ
ໜັງສືພິມກອງທັບປະຊາຊົນ)

(vovworld) – ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 90 ປີ​ແຫ່ງ​ວັນ​ສື່​ມວນ​ຊົນ​ປະຕິວັດ ຫວຽດນາມ​, ຕອນ​ຄຳ່​ວັນ​ທີ 11/6, ທ່ານປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ້​ລົງ​ຢ້ຽມຢາມ, ອວຍພອນ​ໜັງສືພິມ​ກອງທັບ​ປະຊາຊົນ ​ແລະ ຕຳຫຼວດ​ປະຊາຊົນ. ກ່າວ​ຄຳ​ເຫັນ​ທີ່ 2 ອົງການ​ດັ່ງກ່າວ, ທ່ານປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ຕີ​ລາຄາ​ສູງ​​ການ​ປະກອບຫຼາຍ​ຢ່າງ​​ໃຫຍ່​ຫຼວງ​ຂອງ​ບັນດາ​ອົງການ​ສື່​ມວນ​ຊົນ, ​ບັນດາ​ຜູ້​ເຮັດ​ວຽກ​ງານ​ສື່​ມວນ​ຊົນ​ເວົ້າ​ລວມ ​ແລະ ​ ​ກຳລັງ​ປະກອບ​ອາວຸດ​ເວົ້າ​ສະ​ເພາະ​ຕໍ່​ພາລະກິດ​ສ້າງສາ, ພັດທະນາ​ປະ​ເທດ​ຊາດ. ທ່ານປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ຖື​ວ່າ: ​ການ​ປະກອບສ່ວນຫຼາຍ​ຢ່າງ​ຂອງ​ຜູ້​ເຮັດ​ວຽກ​ງານ​ສື່​ມວນ​ຊົນ​ໃນ​ກຳລັງ​ປະກອບ​ອາວຸດ​ໄດ້​ປະກອບ​ສ່ວນ​ສຳຄັນ​ໃນ​ການ​ກຳນົດ​ທິດ, ​ແນວ​ຄິດ​ຂອງ​ພະນັກງານ, ນັກຮົບ​ໃນ​ກຳລັງ​ປະກອບ​ອາວຸດ ກໍ​ຄື​ຜູ້​ອ່ານ​ໃນ​ທົ່ວ​ປະ​ເທດ. ທ່ານປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ບັນດາ​ນັກ​ຂ່າວ​ຈະ​ສືບ​ຕໍ່​ຍົກ​ສູງ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່ວິຊາ​ຊີບຂອງ​ຕົນ, ປະກອບສ່ວນ​ພ້ອມ​ກັບ​ສື່​ມວນ​ຊົນ​ທົ່ວ​ປະ​ເທດ​ເຮັດ​ໜ້າ​ທີ່​ກຳນົດ​ທິດ​ຫາງ​ສຽງ​ສັງຄົມ​ເປັນ​ຢ່າງ​ດີ.

ຂ່າວ/ບົດ​ອື່ນ