(vovworld) - ຕອນບ່າຍວັນທີ 22/12, ເມື່ອມາຢ້ຽມຢາມ, ອວຍພອນຄະນະກຳມະການສາມັກຄີຄຼິດທະສາສະໜາຫວຽດນາມ ເນື່ອງໃນໂອກາດວັນບຸນຄຼິດສມາດ 2015, ທ່ານກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ໄດ້ຮັບຮູ້ການປະກອບສ່ວນຂອງຄະນະກຳມະການສາມັກຄີຄຼິດທະສາສະໜາ ບັນດາແຂວງ, ນະຄອນ ໃນການປຸກລະດົມພໍ່ແມ່ຊາວຄຼິດ ເຂົ້າຮ່ວມບັນດາຂະບວນການແຂ່ງຂັນກັນອອກແຮງງານ, ທຳການຜະລິດ, ກໍ່ສ້າງຊົນນະບົດໃໝ່, ຢູ່ໃນສິນກິນໃນທຳ.
ແລະກໍເນື່ອງໃນໂອກາດນີ້, ໃນລະຫວ່າງວັນທີ 22 – 23/12, ການນຳທຸກຂັ້ນຂອງພັກ, ອຳນາດການປົກຄອງ ແລະ ບັນດາອົງການຈັດຕັ້ງມະຫາຊົນການເມືອງ ແຂວງອານຢາງ, ເຮົາຢາງ ໄດ້ໄປຢ້ຽມຢາມ, ອວຍພອນພໍ່ແມ່ຊາວຄຼິດ ໃນທ້ອງຖິ່ນຕ້ອນຮັບວັນບຸນຄຼິດສມາດ ດ້ວຍຄວາມສະຫງົບສຸກ ແລະ ອົບອຸ່ນ. ຢູ່ບັນດາແຂວງທີ່ຄະນະໄດ້ລົງຢ້ຽມຢາມ, ການນຳພັກ, ອຳນາດການປົກຄອງທຸກຂັ້ນ 2 ແຂວງອານຢາງ, ເຮົ້າຢາງ ໄດ້ຍ້ອງຍໍການປະກອບສ່ວນຂອງພໍ່ແມ່ຊາວຄຼິດ ໃນແຂວງເຂົ້າໃນການພັດທະນາເສດຖະກິດສັງຄົມ ຂອງທ້ອງຖິ່ນ. ໃນໄລຍະຈະມາເຖິງ, ການນຳພັກ, ອຳນາດການປົກຄອງປາດຖະໜາວ່າ ພໍ່ແມ່ຊາວຄຼິດ ປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ກົດໝາຍຂອງລັດເປັນຢ່າງດີ, ເປັນຂົວເຊື່ອມຕໍ່ລະຫວ່າງສາສະໜາ ແລະ ການດຳລົງຊີວິດ.