ປະທານຄະນະກຳມະຫານສູນກາງແນວໂຮມ ປະເທດຊາດຫວຽດນາມ ເຮັດວຽກຢູ່ເກາະຟຸ໋ກ໋ວກ, ກຽນຢາງ
ທ່ານ ຫງວຽນທ້ຽນເຍີນ ເຮັດວຽກກັບການນຳແຂວງກຽນຢາງ
(ພາບ: chinhphu.vn)
(vovworld) – ວັນທີ 26/07, ຢູ່ເມືອງເກາະຟຸ໋ກ໋ວກ, ທ່ານ ຫງວຽນທ້ຽນເຍີນ, ປະທານຄະນະກຳມະຫານສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ລົງເຮັດວຽກກັບການນຳແຂວງກຽນຢາງ. ທີ່ການເຮັດວຽກ, ທ່ານ ຫງວຽນທ້ຽນເຍີນ ສະເໜີໃຫ້ແຂວງກຽນຢາງ ໃນໄລຍະຈະມາເຖິງສືບຕໍ່ປະຕິບັດວຽກງານຕອບບຸນແທນຄຸນສຳລັບບັນດາຄອບຄົວນະໂຍບາຍເປັນຢ່າງດີ ແລະ ຕົກລົງຍົກລະດັບເຂດສຸສານເມືອງຟຸ໋ກ໋ວກ ຂຶ້ນເປັນສຸສານແຫ່ງຊາດ; ພ້ອມທັງຮຽກຮ້ອງໃຫ້ແຂວງກຽນຢາງ ສຳເລັດແຜນຮ່າງຜັນຂະຫຍາຍການປະຕິບັດໂດຍໄວ.
ກ່ຽວກັບການພັດທະນາຂອງເມືອງເກາະຟຸ໋ກ໋ວກ, ທ່ານ ຫງວຽນທ້ຽນເຍີນ ຕັກເຕືອນທ້ອງຖິ່ນ ຕ້ອງກວດກາຄືນທີ່ດິນ, ປ່າ, ຊັບພະຍາກອນ ເພື່ອປົກປັກຮັກສາປ່າ, ທີ່ດິນໃຫ້ເປັນຢ່າງດີ.
ກ່ອນໜ້ານັ້ນ, ທ່ານ ຫງວຽນທ້ຽນເຍີນ ພ້ອມກັບຄະນະປະຕິບັດງານ ໄດ້ໄປຖະຫວາຍທູບທຽນອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ເຂດສຸສານເມືອງ ຟຸ໋ກ໋ວກ; ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບາງຄອບຄົວນະໂຍບາຍ; ຢ້ຽມຢາມເຂດປູຊະນີຍະສະຖານຄຸກຟຸ໋ກ໋ວກ.