(vovworld) – ວັນທີ 17/05, ໃນການພົບປະກັບທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ John Kerry ຢູ່ບັກກິງ, ທ່ານປະທານປະເທດ ສື່ຈີນຜິງ ເນັ້ນໜັກວ່າ, ການນຳ 2 ປະເທດໄດ້ເຫັນດີສ້າງຕັ້ງການພົວພັນປະເທດມະຫາອຳນາດ “ແບບໃໝ່” ແມ່ນເພື່ອຜົນປະໂຫຍດລວມຂອງຈີນ ແລະ ອາເມລິກາ. ທ່ານ ສື່ຈີນຜິງ ໄດ້ຕີລາຄາສູງບາດກ້າວໃໝ່ກ່ຽວກັບດ້ານການຄ້າ, ການລົງທຶນ ກໍ່ຄືການທ່ອງທ່ຽວ… ເມື່ອເຕື້ອງເຖິງການຢ້ຽມຢາມທາງລັດຖະກິດເຖິງອາເມລິກາໃນເດືອນ 09 ຈະມາເຖິງ, ທ່ານ ສື່ຈີນຜິງ ສະແດງຄວາມລໍຄອຍສືບຕໍ່ປຶກສາຫາລືຢ່າງກົງໄປກົງມາ ແລະ ລະອຽດກັບທ່ານປະທານາທິບໍດີ Brack Obama ກ່ຽວກັບການພົວພັນຮ່ວມມື 2 ຝ່າຍ ແລະ ບັນດາບັນຫາໃຫຍ່ອື່ນອີກ, ເພື່ອແນໃສ່ເປີດກວ້າງການພົວພັນຮ່ວມມືກວ່າອີກ, ກໍ່ຄືເພີ່ມທະວີຜົນປະໂຫຍດໃຫ້ປະຊາຊົນ 2 ປະເທດ. ສ່ວນທ່ານ John Kerry ເນັ້ນໜັກວ່າ, ການຮ່ວມມືຢ່າງກວ້າງໃຫຍ່ຂອງ 2 ປະເທດໄດ້ສະແດງໃຫ້ເຫັນຄວາມສຳຄັນຂອງ 2 ປະເທດໃນການແກ້ໄຂບັນດາບັນຫາສາກົນ ແລະ ພາກພື້ນ, ພ້ອມທັງໄດ້ພິສູດໃຫ້ເຫັນວ່າ 2 ຝ່າຍສາມາດແກ້ໄຂບັນດາຄວາມບໍ່ລົງລອຍກັນຢ່າງສົມເຫດສົມຜົນ.