ປະທານປະເທດຈີນສື່ຈີນຜິງກະກຽມການຢ້ຽມຢາມອາຣັບບີຊາອຸດິ,ອີຢິບ,ອີຣານ
ທ່ານປະທານປະເທດ ຈີນ ສື່ຈີນຜິງ
|
Vovworld - ວັນທີ 15/1, ກະຊວງການຕ່າງປະເທດ ຈີນ ໄດ້ປະກາດວ່າ: ທ່ານປະທານປະເທດ ສື່ຈີນຜິງ ຈະຢ້ຽມຢາມ ອາຣັບບີ ຊາອຸດິ, ອີຢິບ, ອີີຣານ ແຕ່ວັນທີ 19 – 23/1/2016. ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງທ່ານ ສື່ຈີນຜິງ ໄປຍັງພາກພື້ນຕາເວັນອອກກາງໃນຖານະຕຳແໜ່ງແມ່ນປະທານປະເທດ ຈີນ. ກ່ອນການຢ້ຽມຢາມຂອງທ່ານ ສື່ຈີນຜິງ, ລັດຖະບານ ຈີນ ໄດ້ພິມຈຳໜ່າຍປື້ມກ່ຽວກັບນະໂຍບາຍ ອາຣັບ ສະຫລຸບການພັດທະນາໃນການພົວພັນລະຫວ່າງ ຈີນ - ອາຣັບ, ໃນນັ້ນຊີ້ແຈ້ງພາກພື້ນນີ້ມີຄວາມສຳຄັນຍຸດທະສາດສຳລັບ ຈີນ. ປື້ມຫົວນີ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງ ຈີນ ທີ່ມີຕໍ່ສັນຕິພາບ ແລະ ສະຖຽນລະພາບຢູ່ຕາເວັນອອກກາງ, ຊອກຮູ້ມາດຕະການດ້ານການເມືອງໃຫ້ແກ່ບັນດາບັນຫາເຄັ່ງຮ້ອນໃນພາກພື້ນ.