ປະທານປະເທດຈີນ ເນັ້ນໜັກເຖິງບົດບາດຂອງການນໍາພາຂອງພັກກອມມູນິດ

(VOVWORLD) -ທ່ານປະທານປະເທດ ສີຈີ້ນຜິງ ກໍຢັ້ງຢືນຄໍາໝັ້້ນສັນຍາວ່າ ຈະສືບຕໍ່ເປີດປະຕູ ແລະ ຊຸກຍູ້ບັນດາຄວາມມານະພະຍາຍາມເພື່ອສ້າງວົງຄະນະຍາດມວນມະນຸດແບ່ງປັນຊາຕະກໍາອະນາຄົດ.

ວັນທີ 18 ທັນວາ, ທ່ານປະທານປະເທດຈີນ ສີຈີ້ນຜິງ ໄດ້ເນັ້ນໜັກເຖິງບົດບາດ ການນໍາພາຂອງພັກກອມມູນິດຈີນ ໃນກິດຈະການປະຕິຮູບ ແລະ ເປີດປະຕູ ໃນຕະຫຼອດໄລຍະ 40 ປີ ຜ່ານມາຂອງຈີນ, ພ້ອມທັງຮຽກຮ້ອງໃຫ້ຍົກສູງ ແລະ ປັບປຸງແນວທາງນໍາພາຂອງພັກຢ່າງບໍ່ຢຸດຢັ້ງ.

ປະທານປະເທດຈີນ ເນັ້ນໜັກເຖິງບົດບາດຂອງການນໍາພາຂອງພັກກອມມູນິດ - ảnh 1 ທ່ານປະທານປະເທດຈີນ ສີຈີ້ນຜິງ (ພາບ:TTXVN)

        ກ່າວຄໍາເຫັນທີ່ກອງປະຊຸມສະຫຼຸບ ໄລຍະ 40 ປີແຫ່ງການ ປະຕິບັດແນວທາງປະຕິຮູບ ແລະເປີດປະຕູຂອງ ປະເທດ ຈີນ, ທ່ານປະທານປະເທດ ສີຈີ້ນຜິງ ໄດ້ເນັ້ນໜັກເຖິງກິດຈະການປະຕິຮູບ ແລະ ເປີດປະຕູໃນ 40 ປີຜ່ານມາຂອງຈີນ ໄດ້ຢັ້ງຢືນໃຫ້ເຫັນບາດບົດນໍາພາສໍາຄັນຂອງພັກ. ທ່ານປະທານປະເທດ ສີຈີ້ນຜິງ ກໍຢັ້ງຢືນຄໍາໝັ້້ນສັນຍາວ່າ ຈະສືບຕໍ່ເປີດປະຕູ ແລະ ຊຸກຍູ້ບັນດາຄວາມມານະພະຍາຍາມເພື່ອສ້າງວົງຄະນະຍາດມວນມະນຸດແບ່ງປັນຊາຕະກໍາອະນາຄົດ.

        

ຕອບກັບ

ຂ່າວ/ບົດ​ອື່ນ