ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບ
ທ່ານ Yoshihiko Nakagaki ຮອງປະທານສະພາຊຸກຍູ້ການທູດປະຊາຊົນ ຍີ່ປຸ່ນ
(vovworld) - ຕອນບ່າຍວັນທີ 10/10 ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໃຫ້ການຕ້ອນຮັບທ່ານ Yoshihiko Nakagaki ຮອງປະທານສະພາຊຸກຍູ້ການທູດປະຊາຊົນ ຍີ່ປຸ່ນ, ທັງເປັນປະທານຄະນະກຳມະການວັດທະນະທຳເສດຖະກິດ ຍີ່ປຸ່ນ - ຫວຽດນາມ (FEC) ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ປາດຖະໜາວ່າ ບັນດາວິສາຫະກິດ ຍີ່ປຸ່ນ ເພີ່ມທະວີການລົງທຶນເຂົ້າ ຫວຽດນາມ, ພິເສດແມ່ນບັນດາຂະແໜງບຸລິມະສິດໃນຍຸດທະສາດຫັນເປັນອຸດສາຫະກຳ, ພັດທະນາພື້ນຖານໂຄງລ່າງຄຸນນະພາບສູງ, ພະລັງງານ, ອຸດສາຫະກຳສຳຮອງ, ຍູ້ແຮງການຖ່າຍທອດເຕັກໂນໂລຢີ ແລະ ໜູນຊ່ວຍການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ. ທ່ານປະທານປະເທດເຊື່ອໝັ້ນວ່າ ສະພາຊຸກຍູ້ການທູດປະຊາຊົນ ຍີ່ປຸ່ນ ຈະສືບຕໍ່ປະກອບສ່ວນຢ່າງແທດຈິງ ແລະ ມີປະສິດທິຜົນເຂົ້າໃນການເປີດກ້ວາງ ແລະ ເພີ່ມທະວີການພົວພັນວັດທະນະທຳ - ເສດຖະກິດລະຫວ່າງ 2 ປະເທດ. ທ່ານປະທານປະເທດຢືນຢັນວ່າ: ຫວຽດນາມ ຈະຕັດສິນໃຈສືບຕໍ່ມານະພະຍາຍາມຜັນຂະຫຍາຍບັນດາມາດຕະການປັບປຸງຂອບເຂດນິຕິກຳ, ນະໂຍບາຍ…ທ່ານປະທານປະເທດໃຫ້ຮູ້ວ່າ ຫວຽດນາມ ພວມສົມທົບກັບ ຍີ່ປຸ່ນ ຜັນຂະຫຍາຍໄລຍະທີ 6 ຂໍ້ລິເລີ່ມລວມ ຫວຽດນາມ - ຍີ່ປຸ່ນ ເພື່ອປັບປຸງສະພາບແວດລ້ອມແຫ່ງການລົງທຶນຢູ່ ຫວຽດນາມ ແລະ ຖືຜົນສຳເລັດຂອງບັນດານັກລົງທຶນຕ່າງປະເທດແມ່ນຜົນສຳເລັດຂອງຕົນ.
ສ່ວນທ່ານ Yoshihiko Nakagaki ເນັ້ນໜັກວ່າ ເລື່ອງໜູນຊ່ວຍແຫຼ່ງທຶນ ODA ຂອງລັດຖະບານ ຍີ່ປຸ່ນ ແລະ ການລົງທຶນຂອງບັນດາວິສາຫະກິດ ຍີ່ປຸ່ນ ເຂົ້າ ຫວຽດນາມ ໄດ້ປະກອບສ່ວນໜຶ່ງທີ່ສຳຄັນໃນການພັດທະນາເສດຖະກິດ, ສັງຄົມຂອງ ຫວຽດນາມ. ທ່ານ Yoshihiko Nakagaki ປາດຖະໜາວ່າ ໄລຍະຈະມາເຖິງ ຈະສືບຕໍ່ໄດ້ຮັບການຮ່ວມມື ແລະ ໜູນຊ່ວຍຂອງລັດ ແລະ ລັດຖະບານ ຫວຽດນາມ ເພື່ອໃຫ້ບັນດາວິສາຫະກິດ ຍີ່ປຸ່ນ ລົງທຶນເຂົ້າ ຫວຽດນາມ ໃນບັນດາຂົງເຂດຄື ອຸດສາຫະກຳສຳຮອງ, ພະລັງງານ…ຜ່ານນັ້ນ ຊຸກຍູ້ການພົວພັນມິດຕະພາບລະຫວ່າງ 2 ປະເທດໃຫ້ນັບມື້ນັບພັດທະນາ.