ປະທານປະເທດມອບຂອງຂວັນໃຫ້ບັນດາຄອບຄົວທຸກຍາກເຂດພູສູງອຽນບ໋າຍ
(ພາບປະກອບຈາກ TTXVN)
(vovworld) – ວັນທີ 17/11, ຢູ່ຕາແສງ ເຈ໋ກູຍາ, ເມືອງ ມູ່ກັງຈ໋າຍ, ຄະນະກຳມະການປະຊາຊົນແຂວງ ອຽນບ໋າຍ ສົມທົບກັບກຸ່ມບໍລິສັດໂທລະຄົມກອງທັບ Viettel ມອບງົວພັນ 80 ໂຕ, ເຊິ່ງແມ່ນຂອງຂວັນຂອງທ່ານປະທານປະເທດ ເຈືອງເຕີນຊາງ ໃຫ້ບັນດາຄອບຄົວທຸກຍາກ, ປະສົບກັບຄວາມຫຍຸ້ງຍາກພິເສດຂຶ້ນກັບ 3 ຕາແສງ: ຟູ໋ງລວງ, ເຈ໋ກູຍາ ແລະ ລາປ໋ານເຕີ້ນ. ແຕ່ເດືອນ 5/2014, ພາຍໃຕ້ຄວາມເອົາໃຈໃສ່ຊີ້ນຳຂອງປະທານປະເທດ, ກຸ່ມບໍລິສັດໂທລະຄົມກອງທັບ ໄດ້ຮັບການມອບໝາຍໜ້າທີ່ສົມທົບກັບກອງບັນຊາການທະຫານປ້ອງກັນຊາຍແດນ, ຄະນະກຳມະການປຊາຊົນແຂວງ ແລະ ບັນດາຄະນະ, ຂະແໜງການຜັນຂະຫຍາຍການເຄື່ອນໄຫວ “ຮ່ວມແຮງຮ່ວມໃຈເພື່ອປະຊາຄົມ” ດ້ວຍສານທີ່ວ່າ “ປະຊາຄົມຊ່ວຍເຫຼືອກັນຫລຸດພົ້ນອອກຈາກຄວາມທຸກຍາກ, ພັດທະນາແບບຍືນຍົງ”. ຕາມນັ້ນແລ້ວ, ໂຄງການຈະໜູນຊ່ວຍບາງຄອບຄົວທຸກຍາກຂຶ້ນກັບ 11 ແຂວງເຂດຊາຍແດນທາງພາກເໜືອ ແລະ ພາກຕາເວັນຕົກສ່ຽງເໜືອ ງົວພັນມີມູນຄ່າ 15 ລ້ານດົ່ງ. ຄະນະຊີ້ນຳຈະຈັດຕັ້ງການຊື້ງົວພັນດ້ວຍແຫຼ່ງທຶນຈາກການຂະຫຍາຍບັນດາການບໍລິການໂທລະຄົມຂອງກຸ່ມບໍລິສັດໂທລະຄົມກອງທັບ Viettel