(VOVWORLD) -ຕາມລາຍການຂອງກອງປະຊຸມຄັ້ງທີ 11, ສະພາແຫ່ງຊາດຊຸດທີ XIV, ບັນດາຜູ້ແທນໄດ້ສະຫງວນ ເວລາສ່ວນຫຼາຍຂອງມື້ເຮັດວຽກ ໃນວັນທີ 1 ເມສາ ເພື່ອສືບຕໍ່ວຽກງານບຸກຄະລາກອນ.
ໃນຕອນເຊົ້າ, ຄະນະປະຈຳສະພາແຫ່ງຊາດ ໄດ້ລາຍງານຕໍ່ສະພາແຫ່ງຊາດ ໝາກຜົນຂອງການປຶກສາຫາລື ຢູ່ຄະນະ ແລະ ອະທິບາຍ, ຮັບເອົາບັນດາຄຳເຫັນຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບການຄາດຄະເນ ບຸກຄະລາກອນ ເພື່ອເລືອກເອົາຮອງປະທານປະເທດຈຳນວນໜຶ່ງ. ບຸກຄະລາກອນທີ່ໄດ້ຮັບການແນະນຳດຳລົງຕຳແໜ່ງນີ້ ແມ່ນທ່ານ: ເຈິ່ນແທັງເໝີນ - ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາວ ຫວຽດນາມ, ທ່ານ ຫງວຽນຄັກດິງ, ກຳມະການກົມການເມືອງ, ເລຂາຄະນະພັກແຂວງ ແຂວງແຄງຮ່ວາ, ທ່ານ ຫງວຽນດຶກຫ໋າຍ - ກຳມະການສູນກາງພັກ, ຫົວໜ້າກຳມາທິການການເງິນ - ງົບປະມານຂອງ ສະພາແຫ່ງຊາດ.
ສະພາແຫ່ງຊາດປຶກສາຫາລື, ລົງປະຊາມະຕິຮັບຮອງເອົາບັນຊີລາຍຊື່ກ່ອນທີ່ຈະເລືອກຕັ້ງ ຮອງປະທານສະພາແຫ່ງຊາດ ດ້ວຍຮູບການປ່ອນບັດລັບ. ໝາກຜົນຂອງການກວດບັດເລືອກຕັ້ງ ໄດ້ປະກາດໃນຕອນເຊົ້າຂອງວັນທີ 1 ເມສາ.
ແລະກໍ່ໃນວັນດຽວກັນ, ທ່ານປະທານປະເທດ ຫງວຽນຝູຈ້ອງ ໄດ້ຍຶ່ນໜັງສືພົ້ນຕຳແໜ່ງ ນາຍົກລັດຖະມົນຕີ ສຳລັບທ່ານ ຫງວຽນຊວັນຟຸກ ຕໍ່ສະພາແຫ່ງຊາດ