(vovworld) – ໂດຍໄດ້ຮັບການມອບສິດຈາກທ່ານປະທານປະເທດ, ຕອນເຊົ້າວັນທີ 18/5, ທ່ານ ດ່າວຫວຽດຈູງ, ຫົວໜ້າຫ້ອງວ່າການປະທານປະເທດ ໄດ້ລົງຢ້ຽມຢາມ, ມອບຂອງຂວັນ ແລະ ຝາກຄຳຢື້ຢາມຖາມຂ່າວຂອງທ່ານປະທານປະເທດ ເຈືອງເຕີນຊາງ ເຖິງກຳລັງຕຳຫຼວດທະເລ ແລະ ກຳລັງກວດກາການປະມົງ ຫວຽດນາມ.
ທ່ານຫົວໜ້າຫ້ອງວ່າການປະທານປະເທດ ດ່າວຫວຽດຈູງ ໄດ້ສະແດງຄວາມນິຍົມນັບຖືຕໍ່ໜ້າຄວາມຕັດສິນໃຈປົກປັກຮັກສາອະທິປະໄຕຂອງບັນດາກຳລັງໃນຊຸມມື້ຜ່ານມາ ແລະ ໃຫ້ຮູ້ວ່າ: ປະທານປະເທດ ຕີລາຄາສູງຄວາມຕັດສິນໃຈ ແລະ ຈິດໃຈຜ່ານຜ່າຄວາມທຸກຍາກຂອງບັນດາກຳລັງຕຳຫຼວດທະເລ, ກວດກາການປະມົງ ແລະ ບັນດາຊາວປະມົງ ຫວຽດນາມ, ຢືດໝັ້ນຕໍ່ສູ້ຄັດຄ້ານການກະທຳຕັ້ງຮ້ານເຈາະນ້ຳມັນ ໄຮຢາງ 981 ຢ່າງຜິດກົດໝາຍຢູ່ເຂດເສດຖະກິດຜູກຂາດຂອງ ຫວຽດນາມ. ທ່ານປະທານປະເທດ ສະເໜີໃຫ້ບັນດາກຳລັງຕ້ອງທຸມທຽງ ແລະ ລະງັບໃຈຕໍ່ໜ້າການກະທຳເກາະຜິດຂອງບັນດາກຳປັ່ນ ຈີນ, ພ້ອມທັງຢືນໝັ້ນຕໍ່ສູ້ຄັດຄ້ານດ້ວຍມາດຕະການສັນຕິພາບ.