ທ່ານປະທານປະເທດ ຫວຽດນາມ ເຈືອງເຕີ໋ນຊາງ
(vovworld) – ຕອນເຊົ້າວັນທີ 13/11, ຢູ່ສຳນັກງານປະທານປະເທດ ຫວຽດນາມ, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີ໋ນຊາງ ໄດ້ຮັບສານຕາຕັ້ງຈາກເອກອັກຄະລັດຖະທູດບັນດາປະເທດ ສປປ. ລາວ, ສ.ການາ ແລະ ສ.ມາເຊດວນ ມາຮັບໜ້າທີ່ການທູດຢູ່ ຫວຽດນາມ.
ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ສປປ.ລາວ ທອງສະຫວັນ ພົມວິຫານ, ທ່ານປະທານປະເທດ ເຈືອງເຕີ໋ນຊາງ ອວຍພອນ ລາວ ຮັບດຳລົງຕຳແໜ່ງເປັນປະທານປະຊາຄົມ ອາຊຽນ ເອກະພາບປີ 2016 ໃນອາຍຸການທຳອິດ. ທ່ານປະທານປະເທດ ສະເໜີ 2 ຝ່າຍຄວນປຶກສາຫາລື, ຖອດຖອນບັນດາບົດຮຽນທີ່ມີປະໂຫຍດຂອງວິວັດການຮ່ວມມືຜ່ານມາ, ສ້າງແຜນການຮ່ວມມືໄລຍະ 5 ປີຈະມາເຖິງຢ່າງມີປະສິດທິຜົນກ່ວາ, ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ 2 ປະເທດ.
ແລະທີ່ການຕ້ອນຮັບເອກອັກຄະລັດຖະທູດ ສ.ການາ ທ່ານ Benjamin Clement Eghand, ທ່ານປະທານປະເທດ ເຈືອງເຕີ໋ນຊາງ ຖືວ່າ: ໃນໄລຍະມ່ໍໆມານີ້ ການຮ່ວມມືໃນຂົງເຂດເສດຖະກິດລະຫວ່າງ ຫວຽດນາມ ແລະ ການາ ໄດ້ມີບັນດາບາດກ້າວພັດທະນາໃໝ່. 2 ຝ່າຍຄວນຮັກສາ ແລະ ເປີດກ້ວາງໄປສູ່ບັນດາຂົງເຂດອື່ນ, ພິເສດແມ່ນກະສິກຳ ແລະ ໂທລະຄົມ. ນີ້ແມ່ນບັນດາຂົງເຂດ ເຊິ່ງ ຫວຽດນາມ ມີຫລາຍບົດຮຽນ.
ທີ່ການຕ້ອນຮັບທ່ານ Ilija Isajlovski ເອກອັກຄະລັດຖະທູດ ສ.ມາເຊດວນ, ທ່ານປະທານປະເທດ ເຈືອງເຕີ໋ນຊາງ ສະເໜີບັນດາອົງການສຳນັກງານທີ່ກ່ຽວຂ້ອງຂອງ 2 ຝ່າຍ ຕັ້ງໜ້າກະກຽມເພື່ອໃຫ້ການຢ້ຽມຢາມ ຫວຽດນາມ ຂອງປະທານາທິບໍດີ ສ.ມາເຊດວນ ໃນໄລຍະຈະມາເຖິງປະສົມຜົນສຳເລັດ. ທ່ານປະທານປະເທດ ຢືນຢັນວ່າ: ການຢ້ຽມຢາມນີ້ ຈະເປີດໜ້າໃໝ່ໃນການພົວພັນ 2 ປະເທດ. ເພື່ອສ້າງຄວາມສະດວກໃຫ້ການຍູ້ແຮງການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ, ທ່ານປະທານປະເທດ ເຈືອງເຕີ໋ນຊາງ ສະເໜີ 2 ຝ່າຍພ້ອມກັນກວດກາຄືນ, ເພີ່ມເຕີມບັນດາເອກະສານຮ່ວມມື ສ້າງກອບກົດໝາຍ, ເປີດທາງໃຫ້ບັນດາວິສາຫະກິດຊອກຫາກາລະໂອກາດ.