(ພາບປະກອບ:binhduong.vnpt.vn)
(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງໄຊຊະນະດ້ຽນບຽນຝູທາງອາກາດ ແລະ 68 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, ຕອນບ່າຍວັນທີ 19/12, ທ່ານປະທານປະເທດຫວຽດນາມເຈືອງເຕີນຊາງ ໄດ້ເຮັດວຽກກັບກຳລັງປ້ອງກັນອາກາດຫວຽດນາມ. ທ່ານເຈືອງເຕີນຊາງ ໄດ້ຕີລາຄາສູງຜົນງານໃນການສູ້ຮົບອັນສະຫງ່າອົງອາດຂອງກອງທັບປ້ອງກັນອາກາດຫວຽດນາມ ພິເສດແມ່ນໃນການຕໍ່ສູ້ຄັ້ງປະຫວັດສາດກັບກອງທັບອາກາດອາເມລິກາ ໃນ 12 ວັນ ແລະ ຄືນເມື່ອເດືອນ 12/1972. ກ່ຽວກັບໜ້າທີ່ກໍ່ສ້າງກອງທັບຊຳນານຮົບ ແລະ ທັນສະໄໝ, ທ່ານປະທານປະເທດຫວຽດນາມເຈືອງເຕີນຊາງ ຊີ້ແຈງວ່າ:
“ຕ້ອງເອົາໃຈໃສ່ເບິ່ງແຍງກໍ່ສ້າງເຫຼົ່າທັບໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ, ເອົາການກໍ່ສ້າງດ້ານການເມືອງເປັນພື້ນຖານເພື່ອຍົກສູງຄຸນນະພາບສັງລວມ ແລະ ກຳລັງແຮງສູ້ຮົບ. ຮັບປະກັນໃຫ້ທົ່ວກອງທັບແມ່ນກຸ່ມໜຶ່ງເອກະພາບດ້ານເຈດຈຳນົງການຕໍ່ສູ້ ແລະ ການກະທຳ, ຈົ່ງຮັກພັກດີຕໍ່ພັກ, ປະເທດຊາດ, ປະຊາຊົນ ແລະ ລະບອບສັງຄົມນິຍົມ. ກໍ່ສ້າງພັກ, ຖັນແຖວພະນັກງານສະມາຊິກພັກເທົ່າທຽມກັບຄວາມຮຽກຮ້ອງຕ້ອງການໃນໜ້າທີ່ໃໝ່, ສ້າງທະຫານມີຄຸນນະທາດດ້ານການເມືອງໝັ້ນຄົງ ສົມກັບມູນເຊື້ອຕີເອົາຊະນະສັດຕູຂອງກອງທັບປະຊາຊົນຫວຽດນາມວິລະຊົນ“