ປະທານປະເທດເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດລະດັບຊາດຂອງກະຊວງຕຳຫຼວດ

ປະທານປະເທດເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດລະດັບຊາດຂອງກະຊວງຕຳຫຼວດ - ảnh 1
ປະທານປະເທດເຂົ້າຮ່ວມ ເຈີ່ນດ້າຍກວາງ
ກອງປະຊຸມສຳມະນາວິທະຍາສາດລະດັບຊາດຂອງກະຊວງຕຳຫຼວດ

(vovworld) - ຕອນ​ເຊົ້າ​ວັນ​ທີ 14/7, ຢູ່ ຮ່າ​ໂນ້ຍ, ກະຊວງ​ຕຳຫຼວດ​ສົມທົບ​ກັບ​ກະຊວງ​ປ້ອງ​ກັນ​ປະ​ເທດ, ສະ​ຖາ​ບັນ​ການ​ເມືອງ ​ໂຮ່ຈີ​ມິນ ຈັດ​ຕັ້ງກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ​ລະດັບ​ຊາດ​​ ເພື່ອຊາບ​ຊືມ, ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ ກ່ຽວ​ກັບ​ການ​ຮັບປະກັນ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ກໍ່ສ້າງ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ​ໃນ​ໄລຍະ​ປະຈຸ​ບັນ. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ​ເນັ້ນ​ໜັກ​ເຖິງ​ຄວາມ​ຕ້ອງການ​ທີ່​ວາງ​ອອກ​ໃນ​ປະຈຸ​ບັນ​ແມ່ນ, ຄົ້ນ​ຄ້ວາ, ຕີ​ລາຄາ, ຄາດ​ຄະ​ເນ​ສະພາບ​ການ​ຢ່າງ​ຖືກຕ້ອງ, ກຳນົດ​ບັນດາ​ບັນຫາ​ທີ່​ວາງ​ອອກ​ ສຳລັບ​ໜ້າ​ທີ່​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ​ເພື່ອ​ມີ​ບັນດາ​ມາດ​ຕະການ​ຢ່າງ​ລະອຽດ​, ​ແນ​ໃສ່​ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ, ​ເອກະ​ພາບ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ຂອງ​ປະ​ເທດ​ຊາດ​ໃນ​ບໍ່​ວ່າ​ສະຖານະ​ການ​ໃດ​ໄວ້​ຢ່າງ​ໝັ້ນຄົງ. ທ່ານປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ຮຽກຮ້ອງ​ວ່າ:

        “ຄວນ​ຕີ​ລາຄາ​ສະພາບ​ການ, ໝາກຜົນ​ແຫ່ງ​ການ​ປະຕິບັດ​ໜ້າ​ທີ່​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ, ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຄວາ​ປອດ​ໄພ​ໃນ​ສັງຄົມ, ຄວນ​ສະ​ເໜີ​ຕໍ່​ພັກ, ລັດ​ ບັນດາ​ແຜນ​ນະ​ໂຍບາຍ, ມາດ​ຕະການ​ແກ້​ໄຂ, ປະກອບສ່ວນ​ປະຕິບັດ​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ ​ແລະ ລັດ​ກ່ຽວ​ກັບ​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ຢ່າງ​ມີ​ໄຊ. ​ເມື່ອ​ໄດ້​ປະກາດ​ໃຊ້​ມະຕິ, ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ວາງ​ອອກ​ນັ້ນ​ແມ່ນ, ຕ້ອງ​ຫັນ​ບັນດາ​ລາຍການ​ດຳ​ເນີນ​ງານ, ບັນດາ​ແຜນ​ຮ່າງ, ວິທີ​ການ, ​ແຜນການ​ປະຕິບັດ​ໃຫ້ເປັນ​ລະບອບ, ​ລະອຽດ, ​ເພື່ອ​ນຳ​ເອົາ​ມະຕິ​ຂອງ​ພັກ​ເຂົ້າ​ການ​ດຳລົງ​ຊີວິດ“.

 

ຂ່າວ/ບົດ​ອື່ນ