ປະທານປະເທດເຂົ້າຮ່ວມພິທີສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງແຂວງ ນິງບີງ

ປະທານປະເທດເຂົ້າຮ່ວມພິທີສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງແຂວງ ນິງບີງ - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ

(vovworld) - ຕອນ​ຄ່ຳ​ວັນ​ທີ 26/03 ຢູ່​ນະຄອນ ນິງບີ​ງ, ​ແຂວງ ນິງບີ​ງ ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະ​ຫຼອງ 25 ປີ​ແຫ່ງ​ວັນ​ສ​້າງຕັ້ງ​ແຂວງ ນິງບີ​ງ (01/04/1992 – 01/04/2017). ​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ພ້ອມ​ກັບ​ການ​ນຳ​ຄະນະ, ກະຊວງ, ຂະ​ແໜງ​ການ​ສູນ​ກາງ ​ແລະ ​ແຂວງ ນິງບີ​ງ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ​ປະທານ​ປະ​ເທດ ​ເຈີ່​ນດ້າຍ​ກວາງ ສະ​ເໜີ​ແຂວງ ນິງບີ​ງ ສຸມ​ໃສ່​ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​​ໄດ້​ປຽບເປັນ​ຢ່າງ​ດີ, ລະດົມທຸກ​ແຫຼ່ງກຳລັງ​ຢ່າງ​ສຸດ​ຂີດ ​ເພື່ອ​ລົງທຶນ​ພັດທະນາ, ພ້ອມ​ທັງ ​​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​​ເຖິງ​ການປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ ຕາມ​ທິດ​ຍົກ​ສູງ​ສະມັດ​ຕະພາບ, ຄຸນນະພາ​ບ, ປະສິດທິ​ຜົນ, ຄວາມ​ໝັ້ນຄົງ, ທ່ານ​ປະທານ​ປະ​ເທດ​ ​ເຈີ່ນ​ດ້າຍ​ກວາງ ຊີ້​ແຈ້ງວ່າ:

        “ພັດທະນາ​ການທ່ອງທ່ຽວ​ແບບ​ຍືນ​ຍົງ, ພິ​ເສດ​ແມ່ນ​ການທ່ອງທ່ຽວອວ່າຍ​​ເມືອ​ຫາ​ກົກ​ເຄົ້າ​ເຫງົ້າ​ກໍ, ຊີວະ​ພາບ, ພັກຜ່ອນ​ບຳລຸງ​ສຸຂະພາບ​ຕິດ​ພັນ​ກັບ​ການ​ພັດທະນາ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ. ອະນຸລັກ​ຮັກສາ, ບູລະນະ ​ແລະ ​ເສີມ​ຂະຫຍາຍ​ຄຸນ​ຄ່າ​ມໍ​ລະ​ດົກ, ບັນດາ​ປູຊະນີຍະສະ​ຖານປະຫວັດສາ​ດ, ວັດທະນະທຳ. ຫັນ​ບັນດາ​ຜະລິດ​ຕະພັນ​ການທ່ອງທ່ຽວ​ເປັນ​ຫລາຍ​ຮູບ​ຫລາບ​ແບບ ຕິດ​ພັນ​ກັບ​ການ​ພັດທະນາ​ວັດທະນະທຳ ​ແລະ ​ເພີ່ມ​ທະວີ​ວຽກ​ງານ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ວັດທະນະທຳ, ການທ່ອງທ່ຽວ, ການປົກ​ປັກ​ຮັກສາທິວ​ທັດ​ທຳ​ມະ​ຊາດ, ສິ່ງ​ແວດ​ລ້ອມ. ຍູ້​ແຮງການ​ໂຄສະນາ, ​ເຜີຍ​ແຜ່, ສົ່ງ​ເສີມ​ການທ່ອງທ່ຽວ, ນຳ​ນະຄອນ ນິງບີ​ງ ກາຍ​ເປັນ​ນະຄອນ​ທ່ອງ​ທ່ຽວ​ເທື່ອ​ລະ​ກ້າວ, ​ແຂວງ ນິງບີ​ງ ​ແມ່ນ​ໜຶ່ງ​​ໃນ​ບັນດາ​ສູນ​ການທ່ອງທ່ຽວ​ຈຸດ​ສຸມແຫ່ງ​ຊາດ”.

 

ຕອບກັບ

ຂ່າວ/ບົດ​ອື່ນ