ປະທານປະເທດເຂົ້າຮ່ວມພິທີເປີດສະຫຼອງໂຄງການບຸລະນະຄອງເໝືອງເຕິນຮ໋ວາ - ລໍ່ໂກ໋ມ

ປະທານປະເທດເຂົ້າຮ່ວມພິທີເປີດສະຫຼອງໂຄງການບຸລະນະຄອງເໝືອງເຕິນຮ໋ວາ - ລໍ່ໂກ໋ມ - ảnh 1
(ພິທີເປີດສະຫຼອງໂຄງການບຸລະນະຄອງເໝືອງເຕິນຮ໋ວາ - ລໍ່ໂກ໋ມ)

(vovworld) - ຕອນ​ເຊົ້າ​ວັນ​ທີ 5/4, ຢູ່​ນະຄອນ​ໂຮ່ຈີ​ມິນ, ​ໄດ້​ກຳ​ເນີນ​ພິທີ​ເປີດ​ສະຫຼອງ​ໂຄງການ​ບຸລະນະ​ຍົກ​ລະດັບຄອງ​ເໝືອງ​ເຕິ​ນຮ໋ວາ - ລໍ່​ໂກ໋ມ. ​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ, ຜູ້ຕາງໜ້າ​ຄະນະ​, ຂະ​ແໜງ​ການ​ສູນ​ກາງ, ນະຄອນ ​ແລະ ປະຊາຊົນ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ຜ່ານ 3 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ໂຄງການ, ​ດ້ວຍ​ບັນດາ​ກິດຈະກຳ​ຍ່ອຍ​ເຊັ່ນ: ​ເປີດ​ກວ້າງ​ຄອງ​ເໝືອງ, ​ເປີດ​ກວ້າງ​ທາງ ​ແລະ ກໍ່ສ້າງ​ຂົວ​ໃໝ່​ຕື່ມ​ອີກ. ມາ​ຮອດ​ປະຈຸ​ບັນ, ​ໂຄງການ​ໄດ້​ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບການ​ດຳລົງ​ຊີວິດ​ໃຫ້​ແກ້​ປະຊາຊົນ​ຢູ່​ອ້ອມ​ເຂດ​ຄອງ​ເໝືອງ 1 ລ້ານ​ກວ່າ​ຄົນ. ໂຄງການ​ບຸລະນະ​ຍົກ​ລະດັບຄອງ​ເໝືອງ​ເຕິ​ນຮ໋ວາ - ລໍ່​ໂກ໋ມ ດ້ວຍ​ຍອດ​ຈຳນວນ​ທຶນ​ເກືອບ 2.000 ຕື້​ດົ່ງ. ນີ້​ກໍ່​ແມ່ນ​ກິດຈະກຳ​ນອນ​ໃນ​ໂຄງການ​ຍົກ​ລະດັບ​ຕົວ​ເມືອງ​ນະຄອນ​ໂຮ່ຈີ​ມິນ.

 

ຂ່າວ/ບົດ​ອື່ນ