ທ່ານປະທານປະເທດ ເຈິ່ນດ້າຍກວາງ
ຕ້ອນຮັບທ່ານ Parvathaneni Harish
(ພາບ: ສຳນັກຂ່າວສານ)
(vovworld) - ວັນທີ 9/6, ຢູ່ ຮ່າໂນ້ຍ, ທ່ານ Parvathaneni Harish ເອກອັກຄະລັດຖະທູດ ສ ອິນເດຍ ; ທ່ານ Lee Hyuk, ເອກອັກຄະລັດຖະທູດ ສ.ເກົາຫຼີ. ທ່ານ Kevin M. Isaac, ເອກອັກຄະລັດຖະທູດ ແຊັງກິສ ແລະ ນິວິສ ໄດ້ເຂົ້າຍື່ນສາຕາຕັ້ງຕໍ່ທ່ານ ເຈິ່ນດ້າຍກວາງ, ປະທານປະເທດ ຫວຽດນາມ. ເນື່ອງໃນໂອກາດຮັບປະຕິບັດໜ້າທີ່ການທູດຢູ່ ຫວຽດນາມ.
ທີ່ການຕ້ອນຮັບທ່ານ Parvathaneni Harish, ເອກອັກຄະລັດຖະທູດ ສ.ອິນເດຍ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ເນັ້ນໜັກວ່າ, ສອງປະເທດໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດແຕ່ປີ 2007. ທ່ານປະທານເຊື່ອໝັ້ນວ່າ, ທ່ານ ເອກອັກຄະລັດຖະທູດ ສ.ອິນເດຍ ຈະມານະພະຍາຍາມຮ່ວມມືກັບ ຫວຽດນາມ ເພື່ອນຳການພົວພັນລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງກວ່າເກົ່າ.
ເມື່ອຕ້ອນຮັບ ທ່ານ Lee Hyuk, ເອກອັກຄະລັດຖະທູດ ສ.ເກົາຫຼີ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ຢືນຢັນວ່າ, ຍາມໃດ ຫວຽດນາມກໍ່ຖືເປັນສຳຄັນ ແລະ ປາຖະໜາຢາກເພີ່ມທະວີການພົວພັນຄູ່ຮ່ວມມື, ຮ່ວມມືຍຸດທະສາດກັບ ສ.ເກົາຫຼີ ໃນທຸກຂົງເຂດ. ທ່ານປະທານປະເທດ ເຈິ່ນດ້າຍກວາງ ຫວັງວ່າ, ສ.ເກົາຫຼີ ສືບຕໍ່ໜູນຊ່ວຍ ຫວຽດນາມ, ໃນນັ້ນມີການສະໜອງທຶນ ODA.
ທີ່ການຕ້ອນຮັບ ທ່ານ Kevin M. Isaac, ເອກອັກຄະລັດຖະທູດ ແຊັງກິສ ແລະ ນິວິສ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ສະແດງຄວາມພາກພູມໃຈຕໍ່ການພັດທະນາຢ່າງຕັ້ງໜ້າຂອງການພົວພັນສອງປະເທດໃນຊຸມປີຜ່ານມາ, ພິເສດແມ່ນເລື່ອງສອງປະເທດສ້າງຕັ້ງການພົວພັນທາງການທູດ (1/11/2013). ທ່ານປະທານປະເທດ ເຈິ່ນດ້າຍກວາງ ເຊື່ອໝັ້ນວ່າ, ທ່ານເອກອັກຄະລັດຖະທູດ ແຊັງກິສ ແລະ ນິວິສ ຈະສວມບົດບາດເປັນຂົວຕໍ່ຢ່າງຕັ້ງໜ້າເພື່ອປັບປຸງ ແລະ ພັດທະນາການພົວພັນຮ່ວມມືລະຫວ່າງສອງປະເທດກວ່າອີກ.