ທ່ານປະທານປະເທດເຈີນດ້າຍກວາງ ຕ້ອນຮັບທ່ານ Kyaw Soe Winເອກອັກຄະລັດຖະທູດຄົນໃໝ່ຂອງມຽນມາ ເຂົ້າຍືນສານຕາຕັ້ງ
|
(vovworld)- ວັນທີ 8/3, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດຂອງບາງປະເທດຄື: ສ.ເຊັກໂກ, ສ. ອັກຊັງຕີນ, ມົງກົນ, ສະຫະພາບມຽນມາ, ເນື່ອງໃນໂອກາດໄດ້ຮັບແຕ່ງຕັ້ງມາຮັບໜ້າທີ່ການທູດຢູ່ຫວຽດນາມ.
ທີ່ບັນດາການຕ້ອນຮັບ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ຢືນຢັນວ່າ ຫວຽດນາມຍາມໃດກໍຖືເປັນສຳຄັນການພັດທະນາການພົວພັນກັບບັນດາປະເທດໃນໂລກ. ຫວຽດນາມພ້ອມແລ້ວ ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດຕ່າງປະເທດມາຊອກຮູ້ຕະຫຼາດ ແລະ ກາລະໂອກາດທຳມາຄ້າຂາຍຢູ່ຫວຽດນາມ, ເປັນຕົນແມ່ນຂົງເຂດພະລັງງານ, ພື້ນຖານໂຄງລ່າງ, ຮັກສາສິ່ງແວດລ້ອມ, ບຳລຸງສ້າງວິຊາຊີບ, ແຮງງານ. ທີ່ການຕ້ອນຮັບທ່ານ ເອກອັກຄະລັດຖະທູດເຊັກໂກ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ຢືນຢັນວ່າ ຫວຽດນາມຊົມເຊີຍເລື່ອງປະທານາທິບໍດີ Zeman ດຳເນີນການຢ້ຽມຢາມທາງລັດຖະກິດທີ່ຫວຽດນາມໃນເດືອນ 6/2017. ທີ່ການຕ້ອນຮັບທ່ານ ເອກອັກຄະລັດຖະທູດ ມຽນມາ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ສະເໜີມຽນມາ ສືບຕໍ່ສ້າງເງື່ອນໄຂສະດວກ, ສະໜັບສະໜູນວິສາຫະກິດຫວຽດນາມມາລົງທຶນ, ດຳເນີນທຸລະກິດໃນຊົງເຂດຕ່າງໆຢູ່ມຽນມາ.