ປະທານປະເທດເຈີ່ນດ້າຍກວາງຕ້ອນຮັບສາດສະດາຈານມະຫາວິທະຍາໄລBrown-ອາເມລິກາ
ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານສາດສະດາຈານ John Savage
(ພາບ: vtv.vn)
|
(vovworld) - ຕອນບ່າຍວັນທີ 27/10, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານສາດສະດາຈານ John Savage, ເຊິ່ງແມ່ນສາດສະດາຈານກ່ຽວກັບວິທະຍາສາດຄອມພິວເຕີຢູ່ມະຫາວິທະຍາໄລ Brown - ອາເມລິກາ. ສາດສະດາຈານ John Savage ເປັນສະມາຊິກຂອງຫຼາຍອົງການວິທະຍາສາດສາກົນທີ່ມີອິດທິພົນຊື່ສຽງ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີ ສາດສະດາຈານ John Savage ດ້ວຍບັນດາບົດຮຽນຂອງຕົນໃນຂົງເຂດນີ້ຈະແມ່ນຂົວເຊື່ອມຕໍ່ໃຫ້ແກ່ບັນດານັກວິທະຍາສາດສາກົນມາ ຫວຽດນາມ ເພື່ອຊອກຮູ້, ຄົ້ນຄ້ວາ ໃນຂົງເຂດ ວິທະຍາສາດ - ເຕັກໂນໂລຢີ, ສຶກສາອົບຮົມຊ່ວຍ ຫວຽດນາມ ສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງກ່ຽວກັບດ້ານ ວິທະຍາສາດ - ເຕັກໂນໂລຢີ, ຄອມພິວເຕີ, ປະກອບສ່ວນຢ່າງແທດຈິງ, ຍູ້ແຮງການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ.
ສ່ວນທ່ານສາດສະດາຈານ John Savage ຢືນຢັນວ່າຈະມານະພະຍາຍາມຮ່ວມມື ກັບ ຫວຽດນາມ ເພື່ອໜູນຊ່ວຍພັດທະນາ ວິທະຍາສາດ - ເຕັກໂນໂລຢີ ເວົ້າລວມ, ໃນນັ້ນມີການສ້າງຕັ້ງເຄືອຂ່າຍອິນເຕີເນັດທີ່ມີຄວາມໄວ້ເນື້ອເຊື່ອໃຈ, ມີຄວາມປອດໄພ, ສະໜິດສະໜົມ ແລະ ມີຄວາມສາມາດປະຕິບັດຢ່າງສູງ.