ການຕ້ອນຮັບໃນຕອນເຊົ້າວັນທີ 12/7
(vovworld) – ຕອນເຊົ້າວັນທີ 12/7, ຢູ່ຮ່າໂນ້ຍ, ເມື່ອກ່າວຄຳເຫັນທີ່ການຕ້ອນຮັບທ່ານຮອງປະທານປະເທດລາວ ພັນຄຳ ວິພາວັນ, ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ສະເໜີວ່າ: 2 ປະເທດສືບຕໍ່ປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນການພົບປະຂັ້ນສູງປະຈຳປີລະຫວ່າງກົມການເມືອງ 2 ປະເທດເມື່ອເດືອນ 12/2015, ບັນດາໝາກຜົນຂອງກອງປະຊຸມຄັ້ງທີ 38 ຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມື 2 ຝ່າຍ ຫວຽດນາມ - ລາວ, ພ້ອມກັບໝາກຜົນແຫ່ງການຢ້ຽມຢາມຂອງການນຳຂັ້ນສູງ 2 ປະເທດ. 2 ປະເທດໄດ້ສຸມໃສ່ຜັນຂະຫຍາຍອະນຸສັນຍາກ່ຽວກັບການຮ່ວມມືປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄລຍະ 2016 – 2020, ສົມທົບກັນໂຄສະນາ ເຜີຍແຜ່, ຜັນຂະຫຍາຍສັນຍາການຄ້າ ແລະ ສັນຍາການຄ້າເຂດຊາຍແດນ ຫວຽດນາມ - ລາວຢ່າງມີປະສິດທິຜົນ, ຍູ້ແຮງການຮ່ວມມືເຊື່ອມຕໍ່ກ່ຽວກັບພະລັງງານ ແລະ ຄົມມະນາຄົມຂົນສົ່ງລະຫວ່າງ 2 ປະເທດ… ພ້ອມທັງສົມທົບກັນຈັດຕັ້ງການສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢັ້ງຢືນວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ການຮັກສາ ແລະ ປັບປຸງການພົວພັນແບບພິເສດ ຫວຽດນາມ -ລາວ.