ປະທານປະເທດເຈີນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດກຳປູເຈຍ

ປະທານປະເທດເຈີນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດກຳປູເຈຍ - ảnh 1
(ທ່ານປະທານປະເທດເຈີນດ້າຍກວາງ
ຕ້ອນຮັບເອກອັກຄະລັດຖະທູດກຳປູເຈຍ)

(vovworld) - ທີ່​ການ​ຕ້ອ​ນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ກຳ​ປູ​ເຈຍ ປະ​ຈຳ​ຫວຽດ​ນາມ Hul Phany ເຂົ້າ​ຢ້ຽມ​ອຳ​ລາ, ເນື່ອງ​ໃນ​ໂອ​ກາດ​ສິ້ນ​ສຸດ​ໜ້າ​ທີ່​ປະ​ຕິ​ບັດ​ງານ​ຢູ່​ຫວຽດ​ນາມ. ຕອນ​ບ່າຍ​ວັນ​ທີ 28/07, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ຕີ​ລາ​ຄາ​ສູງ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເຂົ້າ​ໃນ​ການ​ປັບ​ປຸງ​ການ​ພົວ​ພັນ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ “ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີ​ງາມ, ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບ​ດ້ານ, ໝັ້ນ​ຄົງ​ຍາວ​ນານ” ລະ​ຫວ່າງ​ຫວຽດ​ນາມ ແລະ ກຳ​ປູ​ເຈຍ. ທ່ານ​ປະ​ທານ​ປະ​ເທດ​ ຖື​ວ່າ, ບັນ​ດາ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ ແລະ ການ​ພົບ​ປະ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາໃນ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວ​າມ​ສະ​ຫງົບ​ໄດ້​ຮັກ​ສາ​ເປັນ​ປະ​ຈຳ; ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນໄດ້​ຮັບ​ການ​ຍູ້​ແຮງ; ການ​ຮ່ວມ​ມື​ດ້ານ​ສຶກ​ສາ, ບຳ​ລຸງ​ສ້າງ, ວັດ​ທະ​ນະ​ທຳ​ນັບ​ມື້​ນັບ​ພັດ​ທະ​ນາ. ໃນ​ບັນ​ດາ​ຜົນ​ງານ​ດັ່ງ​ກ່າວ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທ​ູດ Hul Phany ໄດ້​ສວ​ມ​ບົດ​ບາດ​ສຳ​ຄັນ​ແມ່ນ​ຂົວ​ຕໍ່ ແລະ ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຮອ​ບ​ດ້ານ​ລະ​ຫວ່າງ 2 ປະ​ເທດ.  ທ່ານ​ປະ​ທານ​ປະ​ເທດ ເຊື່ອ​ໝັ້ນ​ວ່າ, ດ້ວຍ​ບົດ​ຮຽນ​ຫຼາຍ​ຢ່າງ​ຂອງ​ຕົນ, ເຖິງວ່າ​​ໃນ​ຖາ​ນະ​ຕຳ​ແໜ່ງ​ໃດ​ກໍ່​ຕາມ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທ​ູດ Hul Phany ຈະ​​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ທີ່​ໄດ້​​ຮັບ​ການມອບ​ໝາຍ​ ແລະ ສືບ​ຕໍ່​ປະ​ກອບ​ສ່ວນ​ຫຼາຍ​ຢ່າງ​ເຂົ້າ​ໃນ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ