ປະທານປະເທດເຈີນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດພິເສດຫວຽດນາມ-ຍີ່ປຸ່ນ
ປະທານປະເທດເຈີນດ້າຍກວາງ
ຕ້ອນຮັບເອກອັກຄະລັດຖະທູດພິເສດຫວຽດນາມ-ຍີ່ປຸ່ນ
(ພາບ: TTXVN)
(vovworld) - ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດພິເສດຫວຽດນາມ-ຍີ່ປຸ່ນ Ryotaro Sugi ໃນຕອນບ່າຍວັນທີ 13/05, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ເນັ້ນໜັກວ່າ, ຍີ່ປຸ່ນ ໄດ້ກາຍເປັນໜຶ່ງໃນບັນດາຄູ່ຮ່ວມມືທີ່ສຳຄັນແຖວໜ້າຂອງຫວຽດນາມ. ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໄດ້ຮັບການປັບປຸງ, ການຮ່ວມມືດ້ານເສດຖະກິດລະຫວ່າງ 2 ປະເທດ ນັບມື້ນັບເປີດກວ້າງ, ການພົວພັນແລກປ່ຽນລະຫວ່າງປະຊາຊົນ ໄດ້ດຳເນີນຢ່າງຟົດຟື້ນ. 2 ປະເທດພວມພ້ອມກັນມານະພະຍາຍາມຜັນຂະຫຍາຍຂໍ້ຕົກລົງຂັ້ນສູງ, ໂຄງການສຳຄັນຫຼາຍສະບັບ ແນໃສ່ເປີດກວ້າງ ແລະ ເຮັດໃຫ້ການຮ່ວມມືຮອບດ້ານຍິ່ງເລິກເຊິ່ງຂຶ້ນຕື່ມ, ປັບປຸງໃຫ້ສອດຄ່ອງກັບຜົນປະໂຫຍດຂອງປະຊາຊົນ 2 ປະເທດ. ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ຢືນຢັນນະໂຍບາຍການຕ່າງປະເທດຂອງຫວຽດນາມ ແມ່ນຍາມໃດກໍຖືຍີ່ປຸ່ນ ເປັນຄູ່ຮ່ວມມືສຳຄັນແຖວໜ້າ ແລະ ຍາວນານ, ທ່ານຢືນຢັນວ່າ ຫວຽດນາມ ພ້ອມແລ້ວຈະສ້າງເງື່ອນໄຂສະດວກ ເພື່ອໃຫ້ບັນດາວິສາຫະກິດເຂົ້າມາລົງທຶນ ດຳເນີນທຸລະກິດຢູ່ຫວຽດນາມ. ສ່ວນທ່ານເອກອັກຄະລັດຖະທູດພິເສດຫວຽດນາມ-ຍີ່ປຸ່ນ Ryotaro Sugi ສະເໜີ 2 ຝ່າຍຄວນເພີ່ມທະວີການແລກປ່ຽນຮ່ວມມືດ້ານການສຶກສາ ແລະ ກໍ່ສ້າງ, ການທ່ອງທ່ຽວ ແລະ ການພົວພັນລະຫວ່າງປະຊາຊົນ ແນໃສ່ສ້າງຄວາມເຂົ້າອົກເຂົ້າໃຈກັນລະຫວ່າງປະຊາຊົນ 2 ປະເທດ.