ປະທານປະເທດເຈີ່ນດ້າຍກວາງມອບຂໍ້ຕົກລົງແຕ່ງຕັ້ງຮອງປະທານສານປະຊາຊົນສູງສຸດ ຫງວຽນວັນຢູ

(VOVWORLD) -ວັນທີ 08 ມິຖຸນາ, ຢູ່ທຳນຽບປະທານປະເທດ, ໂດຍຕາງໜ້າໃຫ້ການນຳພັກ, ລັດ, ທ່ານປະທານປະເທດ ເຈີ່ນດ້າຍກວາງ, ຫົວໜ້າຄະນະຊີ້ນຳການປະຕິຮູບຕຸລາການສູນກາງ ໄດ້ມອບຂໍ້ຕົກລົງແຕ່ງຕັ້ງທ່ານ ຫງວຽນວັນຢູ, ຜູ້ພິພາກສາສານປະຊາຊົນສູງສຸດ ດຳລົງຕຳແໜ່ງຮອງປະທານສານປະຊາຊົນສູງສຸດ.
ປະທານປະເທດເຈີ່ນດ້າຍກວາງມອບຂໍ້ຕົກລົງແຕ່ງຕັ້ງຮອງປະທານສານປະຊາຊົນສູງສຸດ ຫງວຽນວັນຢູ - ảnh 1 (ທ່ານປະທານປະເທດເຈີ່ນດ້າຍກວາງມອບຂໍ້ຕົກລົງແຕ່ງຕັ້ງຮອງປະທານສານປະຊາຊົນສູງສຸດ ຫງວຽນວັນຢູ)

ກ່າວຄຳເຫັນທີ່ພິທີປະກາດຂໍ້ຕົກລົງ ແລະ ມອບໜ້າທີ່ໃຫ້ທ່ານຮອງປະທານສານປະຊາຊົນສູງສຸດ ຫງວຽນວັນຢູ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ, ທ່ານຮອງປະທານສານປະຊາຊົນສູງສຸດ ຫງວຽນວັນຢຸ ສືບຕໍ່ຝຶກຝົນຫຼໍ່ຫຼອມຄຸນທາດການເມືອງໃຫ້ໜັກແໜ້ນ, ຈົ່ງຮັກພັກດີຕໍ່ພັກ, ລັດ ແລະ ປະຊາຊົນ; ເປັນແບບຢ່າງໃນການປະຕິບັດຕາມແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດຢ່າງແທ້ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ