ທ່ານປະທານາທິບໍດີ ຟີລິບປິນ Duterte ຕົກລົງ
ປ່ອຍຕົວຊາວປະມົງ ຫວຽດນາມ 17 ຄົນເປັນອິດສະຫຼະ
(ພາບ: ສະຖານທູດ)
(vovworld) – ວັນທີ 05/11 ພາຍຫລັງທ່ານປະທານາທິບໍດີ ຟີລິບປິນ Duterte ຕົກລົງປ່ອຍຕົວຊາວປະມົງ ຫວຽດນາມ 17 ຄົນເປັນອິດສະຫຼະ ແລະ ລົບລ້າງບັນດາຄຳກ່າວຫາທີ່ກ່ຽວຂ້ອງເຖິງເລື່ອງ ບັນດາປະມົງເຫຼົ່ານີ້ ພຽງແຕ່ເຂົ້າເຂດນ່ານທະເລ ຟີລິບປິນ ເພື່ອຫຼົບຫຼີກຈາກສະພາບອາກາດບໍ່ດີເທົ່ານັ້ນ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ສົ່ງສານຂອບໃຈທ່ານປະທານາທິບໍດີ ຟີລິບປິນ Duterte. ເນື້ອໃນສານ ທ່ານປະທານປະເທດ ເຈີ່ນດ້າຍກວາງ ຖືວ່າ: ນີ້ແມ່ນການກະທຳມະນຸດສະທຳ ແລະ ນ້ຳໃຈຖານບ້ານເກີດເມືອງນອນອັນດີງາມລະຫວ່າງ 2 ປະເທດ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ປາດຖະໜາວ່າ 2 ລັດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ ແລະ ຟີລິບປິນ ຈະນັບມື້ນັບເພີ່ມທະວີ, ປັບປຸງການພົວພັນມິດຕະພາບອັນດີງາມລະຫວ່າງ 2 ປະເທດກ່ວາອີກ ຊຶ່ງໄດ້ຢືນຢັນໃນຖະແຫຼງການຮ່ວມ ເນື່ອງໃນໂອກາດທ່ານປະທານາທິບໍດີ ຟີລິບປິນ Duterte ມາຢ້ຽມຢາມ ຫວຽດນາມ ຫວ່າງແລ້ວນີ້, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ການພັດທະນາ ແລະ ວັດທະນາຖາວອນຂອງພາກພື້ນ ແລະ ໂລກ.