ປະທານປະເທດເຈີ່ນດ້າຍກວາງເຈລະຈາກັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe

(VOVWORLD) -ວັນທີ 31 ພຶດສະພາ, ທີ່ສຳນັກງານນາຍົກລັດຖະມົນຕີ, ຢູ່ໂຕກຽວ, ປະເທດຍີ່ປຸ່ນ, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ໄດ້ມີການເຈລະຈາກັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe.
ປະທານປະເທດເຈີ່ນດ້າຍກວາງເຈລະຈາກັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe - ảnh 1 (ທ່ານປະທານປະເທດເຈີ່ນດ້າຍກວາງ ເຈລະຈາກັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe)

ທີ່ການເຈລະຈາ, ການນຳ 2 ທ່ານໄດ້ເຫັນດີຕໍ່ບັນດາມາດຕະການລະອຽດເພື່ອນຳການພົວພັນຄູ່ຮ່ວມມືຍຸດທະສາດທີ່ເລິກເຊິ່ງ, ກ້ວາງຂວາງລະຫວ່າງຫວຽດນາມ - ຍີ່ປຸ່ນ ໃຫ້ພັດທະນາຢ່າງຮອບດ້ານ, ແທດຈິງ ແລະ ມີປະສິດທິຜົນກວ່າໃນໄລຍະຈະມາເຖິງ; 2 ຝ່າຍໄດ້ເຫັນດີເພີ່ມທະວີການຮ່ວມສຳພັນດ້ານເສດຖະກິດ; ຊຸກຍູ້ການເພີ່ມວົງເງິນການຄ້າ 2 ສົ້ນ. ທ່ານນາຍົກລັດຖະມົນຕີ Shinzo Abe ຢືນຢັນວ່າ ຈະສືບຕໍ່ໜູນຊ່ວຍຫວຽດນາມ ພັດທະນາເສດຖະກິດ, ສັງຄົມ ແລະ ໃຫ້ຄຳໝັ້ນສັນຍາສະໜອງບ້ວງເງິນອຸປະຖຳພັດທະນາ (ODA) ໃຫ້ແກ່ຫວຽດນາມ ທີ່ມີມູນຄ່າ 142 ລ້ານ USD ໃຫ້ແກ່ໂຄງການຍົກສູງກຳລັງຄວາມສາມາດສອນວິຊາຊີບ ຕື່ມອີກ.

      2 ຝ່າຍໄດ້ເຫັນດີຜັນຂະຫຍາຍຖະແຫຼງການວິໄສທັດລວມຮ່ວມມືດ້ານປ້ອງກັນຊາດ, ຮ່ວມມືໃນບັນດາຂົງເຂດຄວາມໝັ້ນຄົງທາງເຄືອຂ່າຍອີນເຕີແນັດ, ຍົກສູງກຳລັງຄວາມສາມາດປະຕິບັດກົດໝາຍບົນທະເລ ແລະ ແບ່ງປັນບົດຮຽນກ່ຽວກັບນະໂຍບາຍທະເລ.

      ນອກນັ້ນ, 2 ຝ່າຍກໍ່ຈະເພີ່ມທະວີການຮ່ວມມືໃນບັນດາຂົງເຂດການສຶກສາ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນູດ, ກະສິກຳ, ສາທາລະນະສຸກ; 2 ຝ່າຍກໍ່ໄດ້ແລກປ່ຽນກ່ຽວກັບສະພາບການຢູ່ແຫຼມເກົາຫຼີ…

      ກ່ຽວກັບບັນຫາທະເລຕາເວັນອອກ, 2 ຝ່າຍເຫັນດີຕໍ່ຄວາມສຳຄັນຂອງການຮັບປະກັນສັຕິພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກ, ຊຸກຍູ້ການແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ບໍ່ນຳໃຊ້ອາວຸດ ຫຼື ນາບຂູ່ນຳໃຊ້ອາວຸດ, ອົດກັ້ນ ແລະ ຫຼີກລ້ຽງທຸກການກະທຳເຮັດໃຫ້ເສຍຄວາມໄວ້ເນື້ອເຊື່ອໃຈ, ປະຕິບັດກົດໝາຍສາກົນຢ່າງເຂັ້ມງວດ, ໂດຍສະເພາະແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ເຄົາລົບບັນດາວິວັດທະນາການທາງການທູດ ແລະ ນິຕິກຳ, ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ, ສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ສຳເລັດໂດຍໄວ, ແທດຈິງ, ມີປະສິດຜົນ ແລະ ມີຜົນສັກສິດດ້ານກົດໝາຍ.

      ພາຍຫຼັງການເຈລະຈາທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານນາຍົກລັດຖະມົນຕີ Shinzo Abe ໄດ້ເປັນສັກຂີພິຍານພິທີລົງນາມລະຫວ່າງບັນດາກະຊວງ, ຂະແໜງການ ແລະ ອົງການຂອງ 2 ປະເທດແລກປ່ຽນເອກະສານໄດ້ລົງນາມ 4 ສະບັບ.

ຕອບກັບ

ຂ່າວ/ບົດ​ອື່ນ