ປະທານປະເທດເຈີ່ນດ້າຍກວາງແລະພັນລະຍາເປັນເຈົ້າພາບຈັດງານລ້ຽງອວຍພອນພະເຈົ້າຈັກກະພັດ ແລະ ພະມະເຫສີຍີ່ປຸ່ນ
ປະທານປະເທດເຈີ່ນດ້າຍກວາງແລະພັນລະຍາເປັນເຈົ້າພາບຈັດງານລ້ຽງອວຍພອນພະເຈົ້າຈັກກະພັດ ແລະ ພະມະເຫສີຍີ່ປຸ່ນ
|
(vovworld) - ໃນບົດກ່າວປາໄສທີ່ງານລ້ຽງ ເຊິ່ງໄດ້ຮັບການຈັດຕັ້ງຢ່າງສົມກຽດໃນຕອນຄ່ຳວັນທີ 1/3, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ: ການພົວພັນ ຫວຽດນາມ - ຍີ່ປຸ່ນ ພວມຢູ່ໃນໄລຍະພັດທະນາອັນດີງາມທີ່ສຸດໃນປະຫວັດສາດ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ຊີ້ແຈ້ງວ່າ: ຈຸດຄ້າຍຄືກັນດ້ານວັດທະນະທຳ ກໍ່ຄືການພົວພັນດ້ານປະຫວັດສາດ, ໄມຕີຈິດ ແລະ ຜົນປະໂຫຍດລະຫວ່າງປະຊາຊົນ 2 ປະເທດແມ່ນພື້ນຖານໜັກແໜ້ນໃນການພົວພັນ ຫວຽດນາມ - ຍີ່ປຸ່ນ. ປະຈຸບັນ, 2 ປະເທດ ຫວຽດນາມ - ຍີ່ປຸ່ນ ບໍ່ພຽງແຕ່ເປັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງ, ກ້ວາງຂວາງເທົ່ານັ້ນ ຫາກຍັງເປັນເພື່ອນມິດທີ່ສະໜິດສະໜົມ, ແບ່ງສຸກແບ່ງທຸກນຳກັນ. ປະຊາຊົນ ຫວຽດນາມ ຍາມໃດກໍ່ເຄົາລົບນັບຖືປະເທດ, ວັດທະນະທຳ ແລະ ປະຊາຊົນ ຍີ່ປຸ່ນ, ເອົາໃຈໃສ່, ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງປະຊາຊົນ ຍີ່ປຸ່ນ ໃນການພັດທະນາປະເທດຊາດ ແລະ ປະກອບສ່ວນເຂົ້າໃນສັນຕິພາບ, ຄວາມວັດທະນາທຳຖາວອນຂອງໂລກ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ເຊື່ອໝັ້ນວ່າ ການຢ້ຽມຢາມ ຫວຽດນາມ ຂອງພະເຈົ້າຈັກກະພັດ ແລະ ພະມະເຫສີ Akihito ຈະນຳມາໃຫ້ລະດູບານໃໝ່ໃໝ່ໃຫ້ແກ່ການພົວພັນຮ່ວມມືມິດຕະພາບລະຫວ່າງ 2 ປະເທດ ຫວຽດນາມ - ຍີ່ປຸ່ນ.
ໃນບົດຄຳຕອບ, ພະເຈົ້າຈັກກະພັດ Akihito ຂອບອົກຂອບໃຈໄມຕີຈິດທີ່ສະໜິດສະໜົມ, ອົບອຸ່ນຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ພັນລະຍາສະຫງວນໃຫ້ ພະເຈົ້າຈັກກະພັດ ແລະ ພະມະເຫສີ, ຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຊຶ່ງປະເທດ ແລະ ປະຊາຊົນ ຫວຽດນາມ ສະຫງວນໃຫ້ອົງມົງກຸດລາຊະກຸມມານ, ເຈົ້າຊາຍ ແລະ ລາຊະທິດາ ຍີ່ປຸ່ນ ເມື່ອມາຢ້ຽມຢາມ ຫວຽດນາມ. ໂດຍເຫັນດີເຫັນພ້ອມກັບຄຳເຫັນຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ກ່ຽວກັບບັນດາການເຄື່ອນໄຫວພົວພັນແລກປ່ຽນລະຫວ່າງ ຫວຽດນາມ - ຍີ່ປຸ່ນ, ພະເຈົ້າຈັກກະພັດ Akihito ເນັ້ນໜັກວ່າ: ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຈະປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ຄວາມສະໜິດຕິດພັນຂອງນ້ຳໃຈມິດຕະພາບລະຫວ່າງ ປະຊາຊົນ 2 ປະເທດ ຫວຽດນາມ - ຍີ່ປຸ່ນ.