ການພົບປະໃນວັນທີ 1/7
(vovworld) - ທີ່ການຕ້ອນຮັບ ວັນທີ 1/7, ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕີລາຄາສູງການພັດທະນາສາຍພົວພັນ ຫວຽດນາມ-ລາວ ໃນທຸກຂົງເຂດຢ່າງຈົບງາມ, ເປັນຕົ້ນແມ່ນການຮ່ວມມືດ້ານການເມືອງ, ການຕ່າງປະເທດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ ແລະ ການລົງທຶນ. ທ່ານປະທານປະເທດ ສະເໜີ ໃນໄລຍະຈະມາເຖິງ, ສອງຝ່າຍຕ້ອງສືບຕໍ່ປະສານສົບທົບ ຜັນຂະຫຍາຍ ຂໍ້ຕົກລົງ ລະຫວ່າງ ສອງກົມການເມືອງ, ບັນດາສັນຍາ ແລະ ແຜນການ ທີ່ບັນລຸໄດ້ ຢູ່ກອງປະຊຸມ ຄັ້ງທີ 38 ຄະນະກຳມະການປະສົມ ລະຫວ່າງ ລັດຖະບານ ຫວຽດນາມ-ລາວ ໃຫ້ດີ, ກໍ່ຄືບັນດາໝາກຜົນທີ່ບັນລຸໄດ້ ໃນບັນດາການຢ້ຽມຢາມ ຂອງການນຳຂັ້ນສູງສອງປະເທດ. ທ່ານປະທານປະເທດເຈີ່ນດ້າຍກວາງ ຢັ້ງຢືນວ່າ: ພັກ, ລັດປະເທດຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດສູງທີ່ສຸດ ໃຫ້ແກ່ການປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ. ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ສະໜັບສະໜູນ, ຊ່ວຍລາວ ຈັດບັນດາເຫດການຂອງ ອາຊຽນ ປີ 2016 ທີ່ລາວເປັນປະທານ ໃຫ້ສຳເລັດ.
ເມື່ອລາຍງານ ກັບທ່ານປະທານປະເທດ ເຈີ່ນດ້າຍກວາງ ກ່ຽວກັບບາງໝາກຜົນ ຂອງການພົບປະເຈລະຈາ ລະຫວ່າງ ສອງຫ້ອງວ່າການສຳນັກງານປະທານປະເທດ ລາວ-ຫວຽດນາມ, ທ່ານ ຄຳເມິງ ພົງທະດີ ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດລາວ ໃຫ້ຮູ້ວ່າ: ການນຳສອງຫ້ອງວ່າການໄດ້ວາງອກກ ລາຍການປະຕິບັດງານ ໄລຍະຈະມາເຖິງ, ຮັບຮູ້ຢ່າງຈະແຈ້ງຄວາມຮັບຜິດຊອບ ຂອງແຕ່ລະຫ້ອງວ່າການ ໃນໜ້າທີ່ເປັນເສນາທິການພາຍໃນ, ຕ່າງປະເທດ ໃຫ້ແກ່ການນຳຂັ້ນສູງພັກ, ລັດ ຢ່າງຈະແຈ້ງ.
ກ່ອນໜ້ານີ້, ໃນຕອນເຊົ້າວັນທີ 1/7, ທີ່ສຳນັກງານປະທານປະເທດ, ທ່ານ ດ່າວຫວຽດຈຸງ, ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດຫວຽດນາມ ໄດ້ພົບປະເຈລະຈາ ກັບທ່ານ ຄຳເມິງ ພົງທະດີ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດລາວ. ນະທີ່ນີ້, ສອງຝ່າຍແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການພັດທະນາເສດຖະກິດ, ສັງຄົມ ຂອງສອງປະເທດ, ກ່ຽວກັບວຽກງານພິທີການຂອງຫ້ອງວ່າການ, ວຽກການຈັດຕັ້ງບັນດາການຢ້ຽມຢາມ ຂອງການນຳຂັ້ນສູງສອງປະເທດ ໃນໄລຍະຜ່ານມາ… ສອງຝ່າຍໄດ້ພ້ອມກັນແລກປ່ຽນບັນດາບົດຮຽນ ຂັ້ນວິຊາການ, ຊຸກຍູ້ການພົວພັນຮ່ວມມືສະໜິດແໜ້ນ, ໄມຕີຈິດ ລະຫວ່າງ ສອງຫ້ອງວ່າການ ໃຫ້ນັບມື້ນັບແໜ້ນແຟ້ນ, ມີປະສິດທິຜົນກວ່າ.