ປະທານປະເທດເຈີ່ນດ້າຍກວາງ ສິ້ນສຸດການຢ້ຽມຢາມ ຍີ່ປຸ່ນ ຢ່າງຈົບງາມ

(VOVWORLD) -ຕອນຄ່ຳວັນທີ 01 ມິຖຸນາ, ທີ່ເຮືອນຮັບແຂກລາດຊະວົງ ຢູ່ນະຄອນຫລວງ ໂຕກຽວ, ຕາງໜ້າລັດ ຫວຽດນາມ, ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ຈັດງານລ້ຽງສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ ຢ່າງເປັນທາງການ ໂດຍມີເຂົ້າຮ່ວມຂອງພະເຈົ້າຈັກກະພັດ ແລະ ພະມະເຫສີ ຍີ່ປຸ່ນ ແລະ ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ພ້ອມດ້ວຍພັນລະຍາ.
ປະທານປະເທດເຈີ່ນດ້າຍກວາງ ສິ້ນສຸດການຢ້ຽມຢາມ ຍີ່ປຸ່ນ ຢ່າງຈົບງາມ - ảnh 1 ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ຈັດງານລ້ຽງສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ

ກ່າວຄຳເຫັນທີ່ງານລ້ຽງ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ຊີ້ແຈ້ງວ່າ 45 ປີກ່ອນນີ້, ວັນທີ 21/09/1973, ຫວຽດນາມ ແລະ ຍີ່ປຸ່ນ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ, ນັບແຕ່ນັ້ນມາຮອດປັດຈຸບັນ, ຫວຽດນາມ ແລະ ຍີ່ປຸ່ນ ໄດ້ກ້າວເຂົ້າສູ່ໄລຍະທາງອັນແສນຍາວໄກ, ພ້ອມກັນສ້າງສາ, ເພີ່ມພູນຄູນສ້າງສາຍພົວພັນຮ່ວມມືມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈ, ເຄົາລົບເຊິ່ງກັນ ແລະ ກັນ, ສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ.

        ສ່ວນທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Taro Kono ເນັ້ນໜັກວ່າ ຍີ່ປຸ່ນ  ແລະ ຫວຽດນາມ ພວມມີການພົວພັນມິດຕະພາບຢ່າງສະໜິດແໜ້ນກ່ວາເວລາໃດໝົດ. 2 ຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີ, ພັດທະນາການຮ່ວມມື, ພົບປະແລກປ່ຽນໃນຫລາຍຂົງເຂດກ່ວາຄື: ການເມືອງ, ຄວາມສະຫງົບປອດໄພ, ເສດຖະກິດ, ກໍ່ສ້າງຊັບພະຍາກອນມະນຸດ, ວັດທະນະທຳ, ກິລາ…ແລະ ພ້ອມກັນຮ່ວມແຮງຮ່ວມໃຈແກ້ໄຂບັນດາບັນຫາໃນພາກພື້ນ ແລະ ສາກົນ.

        ກ່ອນທີ່ສີ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ ຍີ່ປຸ່ນ, ຕອນເຊົ້າວັນທີ 02 ມິຖຸນາ, ຢູ່ນະຄອນຫລວງ ໂຕກຽວ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ພັນລະຍາ ໄດ້ພົບປະ, ໂອ້ລົມກັບພະນັກງານ, ພາລະກອນສະຖານທູດ ຫວຽດນາມ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຍີ່ປຸ່ນ.

        ພາຍຫລັງການພົບປະ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ພັນລະຍາ ໄດ້ຕ້ອນຮັບ ແລະ ໂອ້ລົມກັບພະເຈົ້າຈັກກະພັດ ແລະ ພະມະເຫສີ ຍີ່ປຸ່ນ ເຂົ້າຢ້ຽມອຳລາກ່ອນທີ່ເດີນທາງກັບເມືອປະເທດ. ຕອນເຊົ້າໃນວັນດຽວກັນ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ພັນລະຍາ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ອອກຈາກນະຄອນຫລວງ ໂຕກຽວ, ສີ້ນສຸດການຢ້ຽມຢາມ ຍີ່ປຸ່ນ ຢ່າງຈົບງາມ.

ຕອບກັບ

ຂ່າວ/ບົດ​ອື່ນ