ທ່ານປະທານປະເທດ ຫວຽດນາມ ເຈືອງ
ເຕີ໋ນຊາງຕ້ອນຮັບຄະນະວິສາຫະກິດ ຍີ່ປຸ່ນ
(ພາບ: TTXVN)
(vovworld) – ຕອນບ່າຍວັນທີ 14/10, ທີ່ການຕ້ອນຮັບຄະນະວິສາຫະກິດ ຍີ່ປຸ່ນ ພວມມີການຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມເວທີປາໄສເສດຖະກິດ ຫວຽດນາມ - ຍີ່ປຸ່ນ, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີ໋ນຊາງ ຕີລາຄາສູງບັນດາໝາກຜົນຂອງເວທີປາໄສເສດຖະກິດ ຫວຽດນາມ - ຍີ່ປຸ່ນ ໃນຄັ້ງນີ້, ພ້ອມກັນນັ້ນ, ກໍ່ຢືນຢັນຄວາມສະໜິດຕິດພັນ ແລະ ໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງ 2 ປະເທດ ຜ່ານການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ ກ້ວາງຂວາງ ແລະ ຖະແຫຼງການກ່ຽວກັບວິໄສທັດລວມກ່ຽວກັບການພົວພັນ ຫວຽດນາມ - ຍີ່ປຸ່ນ ໃນການຢ້ຽມຢາມ ຍີ່ປຸ່ນ ຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໃນເດືອນ 9 ຜ່ານມາ. ກ່ຽວກັບການຮ່ວມມືເສດຖະກິດ, ທ່ານປະທານປະເທດ ເຈືອງເຕີ໋ນຊາງ ໃຫ້ຂໍ້ສັງເກດວ່າ: ດ້ວຍຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ໄດ້ມີອົງການຈັດຕັ້ງຫລາຍແຫ່ງຄື: JETRO, JBIC, Keidaren, JAICA ແລະ ບັນດາວິສາຫະກິດ ຍີ່ປຸ່ນ ພວມເຄື່ອນໄຫວຢູ່ ຫວຽດນາມ, ພ້ອມທັງ ປາດຖະໜາຢາກໃຫ້ ຍີ່ປຸ່ນ ສືບຕໍ່ຮັກສາບົດບາດນຳໜ້າດ້ານການຄ້າ, ການລົງທຶນ ແລະ ສະໜອງແຫຼ່ງທຶນຊ່ວຍເຫຼືອພັດທະນາ (ODA) ເປັນທາງການໃຫ້ ຫວຽດນາມ. ສ່ວນທ່ານນາງ Yuri Sato, ຮອງປະທານ JETRO ໃຫ້ຮູ້ວ່າ: ຈຳນວນວິສາຫະກິດ ຍີ່ປຸ່ນ ເອົາໃຈໃສ່ການລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ ພວມນັບມື້ນັບເພີ່ມຂຶ້ນ. ພ້ອມກັນການເອົາໃຈໃສ່ຕໍ່ການລົງທຶນເຂົ້າ ຫວຽດນາມ, ບັນດາວິສາຫະກິດ ຍີ່ປຸ່ນ ຈະປະກອບສ່ວນຊ່ວຍ ຫວຽດນາມ ເພີ່ມທະວີກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ ແລະ ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ.