(vovworld) – ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ຍີ່ປຸ່ນ, ຕອນຄຳ່ວັນທີ 17/3, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ໃຫ້ການຕ້ອນຮັບທ່ານ Tsuneo Kita, ປະທານກຸ່ມບໍລິສັດ Nikkei, ທ່ານປະທານປະເທດ ເຈືອງເຕີນຊາງ ຕີລາຄາສູງບົດບາດຕັ້ງໜ້າຂອງ Nikkei ໃນການໂຄສະນາກ່ຽວກັບ ຫວຽດນາມ ກໍ່ຄືການພົວພັນຮ່ວມມື ຫວຽດນາມ - ຍີ່ປຸ່ນ ເຖິງປະຊາຊົນ ຍີ່ປຸ່ນ. ທ່ານປະທານປະເທດ ຫວຽດນາມ ກໍ່ຕີລາຄາສູງເນື້ອໃນການແລກປ່ຽນຢ່າງເລີກເຊິ່ງກ້ວາງຂວາງຂອງກອງປະຊຸມ “ອະນາຄົດຂອງ ອາຊີ” ໂດຍໜັງສືພິມ Nikkei ຈັດຕັ້ງປະຈຳປີ, ຖືນີ້ແມ່ນເວທີປາໄສສຳຄັນ ແລະ ມີອິດທິພົນຊື່ສຽງເພື່ອໃຫ້ການນຳ ອາຊີ ເວົ້າລວມ ແລະ ຂອງ ຫວຽດນາມ ເວົ້າສະເພາະແລກປ່ຽນຄຳເຫັນກ່ຽວກັບບັນດາບັນຫາທີ່ພວມໄດ້ຮັບຄວາມສົນໃຈ ແລະ ສະເໜີທິດທາງຊຸກຍູ້ສັນຕິພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ. ທ່ານ Kita ຢືນຢັນວ່າ: ດ້ວຍຖານະເປັນກຸ່ມບໍລິສັດສື່ສານອັນດັບໜຶ່ງຂອງ ຍີ່ປຸ່ນ ນັ້ນ, Nikkei ຈະສືບຕໍ່ສະໜອງບັນດາຂໍ້ມູນຂ່າວທີ່ມີປະໂຫຍດ, ທັນການກ່ຽວກັບສະພາບແວດລ້ອມດຳເນີນທຸລະກິດຢູ່ ຫວຽດນາມ ໃຫ້ແກ່ບັນດາວິສາຫະກິດ ຍີ່ປຸ່ນ, ຜ່ານນັ້ນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດ.