ທ່ານປະທານປະເທດຫວຽດນາມ ເຈືອງເຕີ໋ນຊາງ ຕ້ອນຮັບ
ທ່ານ Milan Stech, ປະທານສະພາສູງ ສ.ເຊັກໂກ
(ພາບ: NguyenKhang/TTXVN)
(vovworld) – ຕອນບ່າຍວັນທີ 16/11 ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ເຈືອງເຕີ໋ນຊາງ ໄດ້ໃຫ້ການຕ້ອນຮັບທ່ານ Milan Stech, ປະທານສະພາສູງ ສ.ເຊັກໂກ ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ທ່ານປະທານປະເທດ ເຈືອງເຕີ໋ນຊາງ ຢືນຢັນວ່າ: ຫວຽດນາມ ແລະ ເຊັກໂກ ມີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຫວຽດນາມ ຍາມໃດກໍຈົດຈຳການຊ່ວຍເຫຼືອ ແລະ ສະໜັບສະໜູນ ເຊິ່ງເຊັກໂກ ສະຫງວນໃຫ້ ຫວຽດນາມ ໃນເມື່ອກ່ອນກໍ່ຄືໃນປະຈຸບັນ. ທ່ານປະທານປະເທດ ເຈືອງເຕີ໋ນຊາງ ສະເໜີ ເຊັກໂກ ຊຸກຍູ້ລັດຖະສະພາ ອີຢູ ຮັບຮອງເອົາສັນຍາຄູ່ຮ່ວມມື - ຮ່ວມມືຮອບດ້ານ (PCA) ລະຫວ່າງ ຫວຽດນາມ - ອີຢູ ໂດຍໄວ.
ສ່ວນທ່ານປະທານສະພາສູງ ເຊັກໂກ Milan Stech ກໍ່ໃຫ້ຮູ້ວ່າ: ເຊັກໂກ ຈະຕັ້ງໜ້າຊຸກຍູ້ລັດຖະສະພາ ອີຢູ ຮັບຮອງເອົາສັນຍາຄູ່ຮ່ວມມື - ຮ່ວມມືຮອບດ້ານ ອີຢູ - ຫວຽດນາມ ໂດຍໄວ.